ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 2 ກໍລະກົດ 2018 ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເປັນປະທານຮ່ວມມີ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ທ່ານ ຫ່ວງ ຄຸນໝິງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າອົງການສື່ມວນຊົນ ແລະ ຄະນະຜູ້ແທນສື່ມວນຊົນ ຈາກ 6 ປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊັ່ນ: ຣາຊະອານາຈັກກຳປູເຈຍ, ສປ ຈີນ, ສປປ ລາວ, ສສ ມຽນມາ, ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ພ້ອມດ້ວຍແຂກຮັບເຊີນ ແລະ ສື່ມວນຊົນ ຈາກ 6 ປະເທດ ເຂົ້າຮ່ວມ.

ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມຄັ້ງນີ້ ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ໄດ້ຈັດຂຶ້ນທີ່ນະຄອງຫຼວງປັກກິ່ງ ສປ ຈີນ ໃນປີຜ່ານມາ ແລະ ສະໜັບສະໜູນເວທີປຶກສາຫາລືການຮ່ວມມືຂອງບັນດາສື່ມວນຊົນ 6 ປະເທດ ທີ່ໄດ້ກຳນົດເປົ້າໝາຍ ແລະ ຈຸດປະສົງລະດັບຄາດໝາຍ ຮ່ວມກັນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນພາກພື້ນ ເຊິ່ງສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ສ້າງສັນຕິພາບ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈຮ່ວມກັນບົນພື້ນຖານຈິດໃຈຂອງຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ໂຄງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ພວມໄດ້ຮັບການຈັດຕັ້ງເປັນຮູບປະທຳໃນປັດຈຸບັນ.

ເຊິ່ງອົງການສື່ມວນຊົນ 6 ປະເທດ ໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ເປັນກະບອກສຽງສຳຄັນໃນການໂຄສະນາເຜີຍແຜ່, ປະຊາສຳພັນ ດ້ວຍການລາຍງານຢ່າງຮອບດ້ານ, ມີລັກສະນະຕົວຈິງ, ຖືກຕ້ອງ, ພາວະວິໄສ, ທ່ຽງທຳ, ສ້າງສັນ, ສະເໝີພາບ, ຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍຄວາມຈິງໃຈ ເພື່ອເຮັດໃຫ້ສື່ມວນຊົນພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຮັບປະກັນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ, ເຊິ່່ງກອງປະຊຸມຈະດໍາເນີນໄປເຖິງວັນທີ 3 ກໍລະກົດ 2018.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ລາວ-ຈີນ ໄດ້ມີການແລກປ່ຽນສັນຍາຮ່ວມມືຈຳນວນໜຶ່ງ ແລະ ໄດ້ມີການປະກອບຄຳຄິດ-ຄຳເຫັນຂອງຜູ້ຕາງໜ້າຈາກອົງການສື່ມວນຊົນ 6 ປະເທດ, ຕາງໜ້າໂຄງການເສັ້ນທາງລົດໄຟ ລາວ-ຈີນ, ໂຄງການດາວທຽມ ລາວ-ອາຊີປາຊີຟິກ, ບໍລິສັດທ່ອງທ່ຽວຊາວໜຸ່ມຈີນ ແລະອື່ນໆ ເພື່ອໃຫ້ມີຄວາມໝາຍໜັກແໜ້ນກວ່າເກົ່າ.

ຫຼັງຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ພ້ອມດ້ວຍຕາງໜ້າສື່ມວນຊົນ 6 ປະເທດ ຍັງຈະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ເພື່ອເກັບກຳຂໍ້ມູນ ແລະ ສຳພາດບັນດາໂຄງການຮ່ວມມື ລາວ-ຈີນ ກໍຄືສະຖາບັນການທ່ອງທ່ຽວຂອງລາວ ເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດຟົດຟື້ນ.