ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 11 ໃນວັນທີ 5 ກໍລະກົດ 2018 ເພື່ອປຶກສາຫາລືກ່ຽວກັບ ຄວາມຄືບໜ້າໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ທີ່ພາກທຸລະກິດປະສົບ ແລະ ແຜນການຂອງລັດຖະບານໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ລະຫວ່າງ ພາກລັດ-ພາກທຸລະກິດ ໃນ ສປປ ລາວ, ເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ເປັນກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທູຕານຸທູດ, ພາກລັດຖະບານ, ອົງການຈັດຕັ້ງສາກົນ, ພາກທຸລະກິດລາວ-ຕ່າງປະເທດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມຫຼາຍກວ່າ 400 ທ່ານ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວວ່າ: ການເປີດກອງປະຊຸມຄັ້ງນີ້ ແມ່ນການນຳເອົາບັນຫາການດຳເນີນທຸລະກິດ ເພື່ອສືບຕໍ່ປຶກສາຫາລື ແລະ ນຳເອົາບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນເຂົ້າມາສະເໜີໃນກອງປະຊຸມ ເປັນຕົ້ນແມ່ນບັນຫາອາກອນສຳລັບທຸລະກິດ ມີ 2 ບັນຫາ ຄື: ບັນຫາການສົ່ງຄືນເງິນອາກອນມູນຄ່າເພີ່ມ ແລະ ບັນຫາອາກອນຊົມໃຊ້ອິນເຕີເນັດ; ບັນຫາການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງໃນ ສປປ ລາວ ມີ 4 ບັນຫາ ຄື: ການນຳເຂົ້າສິນຄ້າ ແລະ ວັດຖຸດິບທີ່ໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ຕ້ອງຜ່ານຫຼາຍຂອດຂັ້ນ ແລະ ໃຊ້ເວລາຫຼາຍ, ການນຳເຂົ້າສິນຄ້າຜ່ານດ່ານປະເພນີທີ່ມີລັກສະນະການຄ້າ, ຄາລາຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດແພງ ແລະ ຂັ້ນຕອນການຂໍອະນຸຍາດຂົນສົ່ງສຳລັບການຂົນສົ່ງສິນຄ້າຜ່ານແດນ ແລະ ບັນຫາອຸປະສັກຕໍ່ການພັດທະນາຂະແໜງການທ່ອງທ່ຽວ.

ນອກນັ້ນ, ກໍ່ມີການປັບປຸງກົດໝາຍ ແລະ ກົດລະບຽບຕ່າງໆ ແມ່ນເປັນພຽງສ່ວນໜຶ່ງທີ່ຈຳເປັນຕໍ່ການຂະຫຍາຍຕົວຂອງພາກທຸລະກິດ, ສິ່ງທີ່ສຳຄັນແມ່ນຕ້ອງຮັບປະກັນວ່າກົດໝາຍ ແລະ ລະບຽບການຕ່າງໆນັ້ນ ແມ່ນຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ໃນທຸກລະດັບການຄຸ້ມຄອງບໍລິຫານຂອງພາກລັດ, ກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ຈະເປັນເຄື່ອງມືທີ່ສຳຄັນໃນການກວດກາຕິດຕາມການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນເຖິງຄວາມຈຳເປັນ ໃນການສົ່ງເສີມການພັດທະນາພາກທຸລະກິດໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານຂະບວນການປັບປຸງກອບກົດໝາຍ ແລະ ລະບຽບການຕ່າງໆທີ່ຕິດພັນກັບການດຳເນີນທຸລະກິດ ໃນ ສປປ ລາວ ໂດຍສະເພາະທາງລັດຖະບານແມ່ນເຫັນໄດ້ເຖິງບົດບາດຄວາມສຳຄັນຂອງພາກທຸລະກິດ ເພື່ອໃຫ້ທາງພາກລັດຖະບານສາມາດບັນລຸເປົ້າໝາຍການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ຈະນຳໃຊ້ກອງປະຊຸມທຸລະກິດລາວນີ້ ເປັນເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ, ເຊິ່ງຈະໝູນໃຊ້ກອງປະຊຸມຄັ້ງນີ້ ເປັນເຄື່ອງມືທີ່ມີປະສິດທິພາບໃນການກຳນົດ ແລະ ແກ້ໄຂບັນຫາທີ່ກ່ຽວຂ້ອງກັບການສ້າງຕັ້ງທຸລະກິດ ແລະ ຂໍ້ຫຍຸ້ງຍາກທີ່ເປັນອຸປະສັກໃນການຂະຫຍາຍທຸລະກິດໃນ ສປປ ລາວ.