ການໂຄສະນາຜົນຮ້າຍຂອງຂອງຢາເສບຕິດເປັນອີກວິທີ່ໜຶ່ງໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອ ເປັນເຕື່ອນສະຕິໃຫ້ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງມັນ ຖ້າບໍ່ມີຄົນເສບການຊື້-ຂາຍຢາ ເສບຕິດກໍ່ຈະຫຼຸດລົງໄປເລື້ອຍໆ.

ໃນວັນທີ 28 ມິຖຸນາ 2018, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ໂຄສະນາເຜີຍ ແຜ່ຜົນຮາຍຂອງຢາເສບຕິດ ໃຫ້ປະຊາຊົນ ບ້ານນໍ້າຟ້າເໜືອ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໂດຍການເຜີຍແຜ່ ຂອງ ຮທ ວິໄຊແກ້ວ ເພັດສະດາ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ມີປະຊາ ຊົນເຂົ້າຮ່ວມຮັບຟັງ 661 ຄົນ, ຍິງ 339 ຄົນ.

ຮທ ວິໄຊແກ້ວ ເພັດສະດາ ໄດ້ຍົກໃຫ້ເຫັນຄວາມໝາຍ, ປະເພດ ແລະ ຜົນຮ້າຍຂອງຢາເສບຕິດ. ທ່ານ ກ່າວວ່າ: ຢາເສບຕິດແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດທີ່ໄດ້ມາຈາກພືດ ຫຼື ສານສັງເຄາະຈາກເຄມີ ເມື່ອເສບເຂົ້າໄປ ແລ້ວ ກໍຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ ແລະ ຈະມີຄວາມຕ້ອງການເພີ່ມຂຶ້ນເລື້ອຍໆ. ຢາ ເສບຕິດໄດ້ສົ່ງຜົນຮ້າຍຕໍ່ຜູ້ເສບ ເຮັດໃຫ້ສຸຂະພາບອ່ອນເພຍ-ຮ່າງກາຍຊຸດໂຊມຈ່ອຍຜອມ, ນອນບໍ່ຫຼັບ, ສະໝອງ ຖືກທໍາລາຍ, ປະສາດຫຼອນ, ລະວາດລະແວງ, ຄວາມຈໍາເສື່ອມ ກາຍເປັນຄົນບ້າເສຍຈິດ ແລະ ຕໍ່ຄອບຄົວເກີດມີ ຄວາມວຸ້ນວາຍ, ທຳລາຍຊີວິດ-ຊື່ສຽງ ແລະ ຊັບສິນໃນຄອບຄົວ ຮ້າຍແຮງໄປກວ່ານັ້ນອາດຈະເຮັດໃຫ້ຕົນເອງເສຍ ຊີວິດ. ນອກນີ້, ຍັງພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ, ສັງຄົມບໍ່ມີຄວາມສະຫງົບສຸກ, ຜູ້ຜະລິດ, ຄອບຄອງ ຄ້າຂາຍ ແລະ ຂົນສົງຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.

ຈາກນັ້ນ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ມອບແຜ່ນ CD ຈໍານວນ 5 ແຜ່ນ ແລະ ໂພສເຕີ ຜົນຮ້າຍຂອງຢາເສບຕິດ ຈໍານວນ 15 ໃບ, ຜ້າຫົ່ມກັນໜາວ 100 ຜືນ ແລະ ມຸ້ງກັນຍຸງ 100 ຜືນ  ໃຫ້ແກ່ປະຊາຊົນບ້ານນໍ້າຟ້າເໜືອ ອີກດ້ວຍ.