Xiaomi ຄອບ ບໍລິສັດຜູ້ຜະລິດສະມາດໂຟນຂອງຈີນ ໄດ້ນຳຫຸ້ນເຂົ້າຊື້ຂາຍໃນຕະຫຼາດຫຸ້ນຮົງກົງຢ່າງເປັນທາງການ ໃນວັນທີ 9 ກໍລະກົດ ທີ່ຜ່ານມາ ຫຼັງຈາກທີ່ບໍລິສັດໄດ້ສະເໜີຂາຍຫຸ້ນແຫ່ປະຊາຊົນທົ່ວໄປ ຄັ້ງທຳອິດ (ໄອພີໂອ) ໃນກ່ອນໜ້ານີ້.

ສ່ຽວໝີ ກໍ່ຕັ້ງຂຶ້ນໃນປີ 2010 ໂດຍເອີ້ນຕົນເອງວ່າເປັນ ບໍລິສັດອິນເຕີເນັດ, ເຖິງແມ່ນວ່າກຳໄລສ່ວນໃຫຍ່ຂອງບໍລິສັດຈະມາຈາກຍອດຂາຍສະມາດໂຟນກໍຕາມ ແລະ ທີ່ຜ່ານມາ ບໍລິສັດຈຳໜ່າຍສິນຄ້າລາຄາບໍ່ແພງ ໃນປະມານ 70 ປະເທດ, ມີຜະລິດຕະພັນຫຼາຍກວ່າ 100 ຊະນິດ ຕັ້ງແຕ່ສະມາດໂຟນ ໄປຈົນເຖິງ ກ໋ອງເຊັດທັອບບັອກທີວີ ແລະ ເຄື່ອງໃຊ້ໄຟຟ້າໃນບ້ານທີ່ເຊື່ອມຕໍ່ອິນເຕີເນັດໄດ້.

ລາຍໄດ້ຂອງ ສ່ຽວໝີ ເພີ່ມຂຶ້ນ 67% ໃນປີຜ່ານມາ ຢູ່ທີ່ລະດັບ 18.000 ລ້ານໂດລາ ໂດຍ 70% ມາຈາກຍອດຂາຍສະມາດໂຟນ ທ່າມກາງການແຂ່ງຂັນຢ່າງຮຸນແຮງຈາກຄູ່ແຂ່ງສຳຄັນຄື້ ຫົວເວີຍ ແລະ ອັອບໂປ ໂດຍສ່ຽວໝີ ມີກຳໄລປະມານ 850 ລ້ານໂດລາ ໃນປີຜ່ານມາ.