ເປົາລິນໂຢ ຍ້າຍກັບລີກຈີນ

0
446

ກວາງໂຈ ເອເວີແກຣນ (Guangzhou Evergrande) ທີມເຕະບານໃນລີກປະເທດຈີນ ຖະແຫຼງຜ່ານເວັບໄຊຂອງຕົນເອງໃນວັນທີ 8 ກໍລະກົດຜ່ານມາວ່າ: ເປົາລິນໂຢ ກອງກາງທີມຊາດເບຣຊິນ ຕົກລົງເຊັນສັນຍາກັບໄປຮ່ວມທີມກວາງໂຈ ເອເວີແກຣນ ອີກຄັ້ງໜຶ່ງ ເຊິ່ງເປັນການເຊັນສັນຍາແບບຢືມຕົວເປັນເວລາໜຶ່ງລະດູການ.
ເປົາລິນໂຢ ຍ້າຍຈາກກວາງໂຈ ເອເວີແກຣນ ໄປຫຼິ້ນໃຫ້ບາເຊໂລນາ ທີມເຕະບານຊື່ດັງແຫ່ງແອັດສະປາຍ ເມື່ອລະດູການແລ້ວນນີ້ ດ້ວຍຄ່າຕົວປະມານ 40 ລ້ານເອີໂຣ ໂດຍໄດ້ລົງຫຼິ້ນທັງໝົດ 49 ເກມ ຍິງໄດ້ 9 ປະຕູ ເຊິ່ງມີສ່ວນຮ່ວມຊ່ວຍບາເຊໂລນາ ຄວ້າແຊັມລາລີກາລີກ ແອັດສະປາຍ 20017-2018 ແລະ ຄວ້າແຊັມໂກປາເດວເຣ ນຳອີກ.

ກ່ອນໜ້ານີ້, ເປົາລິນໂຢ ເຄີຍຫຼິ້ນໃຫ້ກວາງໂຈ ເອເວີແກຣນ ມາແລ້ວລະຫວ່າງລະດູການ 2015-2017 ເຊິ່ງໄດ້ລົງຫຼິ້ນທັງໝົດ 95 ເກມ ຍິງໄດ້ 28 ປະຕູ ແລະ ໄດ້ຍ້າຍໄປບາເຊໂລນາ ກ່ອນຍ້າຍກັບໄປກວາງໂຈ ເອເວີແກຣນ ອີກຄັ້ງໃນປີນີ້ແບບສັນຍາຢືມຕົວເປັນເວລາໜຶ່ງລະດູການ ໂດຍມີເງື່ອນໄຂຊື້-ຂາຍຖາວອນນຳອີກ ເຊິ່ງຄາດວ່າຄ່າຕົວຂອງ ເປົາລິນໂຢ ສຳລັບການຊື້ຂາດຈະແມ່ນປະມານ 44 ລ້ານປອນ.