ເຈົ້າໜ້າທີ່ກູ້ໄພໃນຍີ່ປຸ່ນ ເດີນໜ້າຄົ້ນຫາຕາມກອງຂີ້ຕົມ ແລະ ຊາກເປ່ເພ ໃນວັນທີ 9 ກໍລະກົດນີ້ ເພື່ອເລັ່ງຕົ້ນຫາຜູ້ລອດຊີວິດ ຫຼັງຈາກຝົນຕົກໜັກ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນເປັນວົງກວ້າງ ມີຜູ້ເສຍຊີວິດແລ້ວເກືອບຮ້ອຍຄົນ.

ຝົນທີ່ເລີ່ມຢຸດຕົກ ຫຼັງຈາກທີ່ຕົກໜັກທົ່ວພາກຕາເວັນຕົກຂອງຍີ່ປຸ່ນ ໃນອາທິດຜ່ານມາ, ເຮັດໃຫ້ທ້ອງຟ້າໂປ່ງ ແລະ ມີແດດ, ອຸນຫະພູມສູງກວ່າ 30 ອົງສາເຊ ກໍ່ໃຫ້ເກີດກະແສວິຕົກວ່າ: ປະຊາຊົນອາດຈະເກີດພາວະເປັນລົມແພ້ແດດ ໃນໄລຍະທີ່ບໍ່ມີໄຟຟ້າ ແລະ ນ້ຳໃຊ້ນີ້.

ບໍລິສັດໄຟຟ້າ ລາຍງານວ່າ: ປະຊາຊົນປະມານ 12.000 ຄົນ ບໍ່ມີໄຟຟ້າໃຊ້ ໃນວັນທີ 9 ກໍລະກົດ ຂະນະທີ່ສື່ຍີ່ປຸ່ນ ລາຍງານວ່າ: ປະຊາຊົນຫຼາຍໝື່ນຄົນກໍບໍ່ມີນ້ຳໃຊ້.

ສະຖານີໂທລະພາບບັນບັດ ກະຈາຍສຽງຍີ່ປຸ່ນ ລາຍງານວ່າ: ຈຳນວນຜູ້ເສຍຊີວິດໃນປັດຈຸບັນຢູ່ທີ່ 94 ຄົນແລ້ວ ແລະ ມີຜູ້ຫາຍສາບສູນຢູ່ທີ່ 58 ຄົນ.

ທາງການຍີ່ປຸ່ນ ໄດ້ສັ່ງອົບພະຍົບປະຊາຊົນເກືອບ 2 ລ້ານຄົນ ແລະ ມີການຕັ້ງສູນຈັດການເຫດການສຸກເສີນທີ່ ສຳນັກງານນາຍົກລັດຖະມົນຕີ ລະດົມກຳລັງ 54.000 ຄົນ ທັງຈາກກອງທັບ, ຕຳຫຼວດ ແລະ ໜ່ວຍງານມອດໄຟຈາກທົ່ວພາກຕາເວັນຕົກ ແລະ ຕາເວັນຕົກສຽງໃຕ້.

ກ່ອນໜ້ານີ້, ສຳນັກງານອຸຕຸນິຍົມວິທະຍາ ໄດ້ແຈ້ງເຕືອນໄພສະພາບອາກາດລ່ວງໜ້າແລ້ວ ແຕ່ເນື່ອງຈາກປະຊາຊົນທີ່ໜາແໜ້ນ ເຮັດໃຫ້ມີການສ້າງບ້ານເຮືອນ ແລະ ສິ່ງກໍ່ສ້າງເຕັມພື້ນທີ່ ສົ່ງຜົນໃຫ້ຫຼີກລ່ຽງຜົນກະທົບຈາກໄພພິບັດທາງທຳມະຊາດ ໄດ້ຍາກ.