ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ VII

0
610

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2018 ເປັນປະທານໂດຍ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງພະບາງ, ມີບັນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 12 ເມືອງ ຕະຫຼອດຮອດອົງການຈັດຕັ້ງພັກ-ລັດທົ່ວແຂວງເຂົ້າຮ່ວມ.

ສະຫາຍ ສາຍສະໝອນ ຄົມທະວົງ ຮອງເລຂາພັກ ໄດ້ລາຍງານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງຫຼວງພະບາງ (ກາງສະໄໝ) 6 ເດືອນຕົ້ນປີ 2018 ແລະ ທິດທາງແຜນການຕໍ່ໜ້າ (ທ້າຍສະໄໝ) ວ່າ: ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງ ຄະນະພັກແຂວງ, ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ; ຄະນະບໍລິຫານງານພັກແຂວງ ໄດ້ວາງແຜນດຳເນີນງານຈັດຕັ້ງເຊື່ອມຊຶມໃຫ້ທຸກເປົ້າໝາຍຢ່າງທົ່ວເຖິງ-ເລິກເຊິ່ງ ເປັນຕົ້ນແມ່ນໄດ້ຫັນມະຕິເປັນແຜນງານ, ໂຄງການ, ກິດຈະກຳແຕ່ລະຂົງເຂດວຽກງານຢ່າງລະອຽດ ຄຽງຄູ່ກັບການຊີ້ນຳ-ນຳພາຢ່າງແທດເຖິງເປັນປົກກະຕິ, ສາມາດເຮັດໃຫ້ແຂວງຫຼວງພະບາງ ມີຄວາມສະຫງົບໂດຍພື້ນຖານ; ດ້ານເສດຖະກິດ-ວັດທະນະທຳ-ສັງຄົມ ມີການຂະຫຍາຍຕົວດີ ສາມາດດຶງດູດໂຄງການລົງທຶນໄດ້ 5 ໂຄງການ ມີມູນຄ່າ 5.005.000 ໂດລາສະຫະລັດ, ເກັບລາຍຮັບທົ່ວແຂວງໄດ້ 107.545 ຕື້ກວ່າກີບ ເທົ່າກັບ 40.29% ຂອງ ແຜນປີ; ການບໍລິການກວມ 46%, ການກະສິກຳປ່າໄມ້ ກວມ 31%, ອຸດ ສາຫະກຳ ກວມ 23%, ລວມຍອດຜະ ລິດຕະພັນພາຍໃນບັນລຸໄດ້ 6.527.706 ກີບ ທຽບໃສ່ຄາດໝາຍບັນລຸໄດ້ 92,22%, ສະເລ່ຍໃສ່ຫົວຄົນໄດ້ 15,02 ລ້ານກີບ/ຄົນ/ປີ ເທົ່າກັບ 1877 ໂດລາ ທຽບໃສ່ຄາດໝາຍບັນລຸໄດ້ 78,2% ທຽບໃສ່ຄາດໝາຍມະຕິ 10 ຂອງພັກ ບັນລຸໄດ້ 58,84%; ປັດຈຸບັນປະຊາຊົນໄດ້ນຳໃຊ້ໄຟຟ້າແລ້ວ 693 ບ້ານ ກວມ 91,9% ມີ 71.471 ຄອບຄົວ, ມີເສັ້ນທາງລົດເຂົ້າເຖິງບ້ານ ກວມ 96,69%, ພິສູດຫຼັກຖານອອກໃບຕາດິນຖາວອນໄດ້ 14.843 ຕອນ ທຽບໃສ່ຄາດໝາຍໄດ້ 49,48 %.

ນອກຈາກນີ້, ຍັງໄດ້ຈັດສັນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳອູ 1,2,3 ແລະ ເຂື່ອນໄຟຟ້ານ້ຳຄານ 2,3; ສຳຫຼວດຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ-ຈີນສຳເລັດຜົນ; ສຸມ ໃສ່ແກ້ໄຂບັນຫາຄູສອນຢູ່ໂຮງຮຽນປະຖົມ, ມັດທະຍົມຕາມໂກຕາລັດຖະກອນກຳນົດ ຕິດພັນກັບການປັບປຸງຫຼັກ ສູດການຮຽນ-ການສອນດີຂຶ້ນ; ຕາໜ່າງສາທາລະນະສຸກໄດ້ຍົກລະດັບພະນັກງານແພດໝໍປິ່ນປົວຄົນເຈັບຢ່າງທັນການ, ໃນບັນດາອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ເປັນເຈົ້າການປະຕິບັດສິດ-ໜ້າທີ່ຂອງຕົນໄດ້ດີ ເປັນຕົ້ນແມ່ນໄດ້ສ້າງບ້ານສາມັກຄີປອງດອງ, ສ້າງຊາວໜຸ່ມ 4 ບຸກ, ສ້າງແມ່ຍິງ 3 ດີ ແລະ ກຳມະບານ 5 ເປັນເຈົ້າ; ກົງຈັກບໍລິຫານລັດທຸກຂັ້ນໄດ້ຮັບການປັບປຸງຍົກລະດັບຄວາມຮູ້ຄວາມສາມາດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສ້າງຂະບວນການຮັກຊາດ-ພັດທະນາ ຕິດພັນກັບວຽກງານ 3 ສ້າງ, ຄະນະພັກແຕ່ລະຂັ້ນໄດ້ຕັ້ງໜ້າແກ້ໄຂຜົນການດຳເນີນຊີວິດການເມືອງ-ປັບປຸງປົວແປງພັກກໍ່ສ້າງເຊິ່ງກັນແລະກັນ, ກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ເມືອງເປັນໄລຍະ.

ສຳລັບທິດທາງແຜນການຕໍ່ໜ້າ (2018-2020) ຈະສຸມໃສ່ວຽກງານຮອບດ້ານຮັບປະກັນໃຫ້ແຂວງຫຼວງພະ ບາງມີຄວາມສະຫງົບ-ເປັນລະບຽບຮຽບຮ້ອຍ 100%, ເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍບໍ່ໃຫ້ຫຼຸດ 8.6% ຕໍ່ປີ ຮອດປີ 2020, ນັກທ່ອງທ່ຽວຈະ ເພີ່ມປະມານ 3 ລ້ານກວ່າຄົນ, ສູ້ຊົນ ລຶບລ້າງບ້ານທຸກຍາກໃຫ້ເຫຼືອ 9% ໃນທົ່ວແຂວງ ມີຄວາມຕ້ອງການລົງທຶນປະມານ 7.960,29 ຕື້ກວ່າກີບ, ສືບຕໍ່ບຸກທະລຸດ້ານການພັດທະນາຊັບພະຍາ ກອນມະນຸດ ປະຕິບັດ 3 ລັກສະນະ 5 ຫຼັກມູນການສຶກສາ, ປັບປຸງ-ຍົກລະດັບທຸກຂະແໜງການຂອງແຂວງ-ເມືອງໃຫ້ເປັນໜຶ່ງໃນບັນດາແຂວງພາກເໜືອ, ເອົາໃຈໃສ່ບຳລຸງກໍ່ສ້າງພັກພະນັກງານ ຫຼັກແຫຼ່ງນຳພາ-ຄຸ້ມຄອງບໍລິຫານຢູ່ແຕ່ລະຂະແໜງການ-ທ້ອງຖິ່ນໃຫ້ມີທັດສະນະຫຼັກໝັ້ນດ້ານການເມືອງ, ສິນທຳປະຕິວັດ, ມີເປັນແບບແຜນວິທີເຮັດວຽກ ທັນສະໄໝ, ເປັນຜູ້ທີ່ໄວ້ເນື້ອເຊື່ອໃຈ ຂອງພັກ ແລະ ປະຊາຊົນ, ກຳແໜ້ນ ແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ເພີ່ມທະວີວຽກງານ ປກຊ-ປກສ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ສຳເລັດຜົນໄປດ້ວຍດີ ແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ບ້ານເມືອງ ມີຄວາມສະຫງົບສຸກ, ສັງຄົມຍຸຕິທຳສິວິໄລ ແລະ ຢຶດໝັ້ນໃນອຸດົມການສັງຄົມນິຍົມຂອງພັກໄດ້ກຳນົດໄວ້.