ຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ ສະຫຼຸບວຽກງານ 6 ເດືອນຕົ້ນປີ

0
819

ຫ້ອງຕຳຫຼວດ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 3 ກໍລະກົດ 2018 ເປັນປະທານໂດຍ ພັທ ຄຳຕຸ່ນ ບຸນລຽນຂັນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ເຂົ້າຮ່ວມໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີບັນດາຫົວໜ້າຄະນະຫ້ອງອ້ອມຂ້າງ, ຫົວໜ້າພະແນກ-ຮອງພະແນກຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງຕໍາ ຫຼວດເຂົ້າຮ່ວມ.

ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດໄດ້ຍົກໃຫ້ ເຫັນໃນໄລຍະ 6 ເດືອນຜ່ານມາ ວ່າ: ພະນັກງານ-ນັກຮົບໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນການສຸມໃສ່ສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນກຸ່ມແກ້ງຂີ່ລົດກວນເມືອງ, ຂີ້ລັກ-ງັດແງະ, ອາລະວາດຕີກັນ, ມົ້ວສຸມຢາເສບຕິດ, ຄ້າ-ຂາຍ, ຂົນສົ່ງຢາເສບຕິດ, ຄ້າ-ຂາຍເຖື່ອນ, ການຄ້າມະນຸດ, ອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ການລ່າສັດນໍ້າ-ສັດປ່າແບບດັບສູນ ແລະອື່ນໆ; ເຊິ່ງສະແດງອອກໃນວຽກງານຕຳຫຼວດສືບສວນ-ສອບສວນ ມີຄະດີເກີດຂຶ້ນທັງໝົດ 85 ເລື່ອງ, ກັກຜູ້ຖືກຫາໄດ້ 144 ຄົນ ຍິງ 5 ຄົນ. ໃນນີ້, ມີຄະດີລັກຊັບພົນລະເມືອງ 36 ເລື່ອງ, ຊິງຊັບ 1 ເລື່ອງ, ທຳຮ້າຍຮ່າງກາຍ 11 ເລື່ອງ, ອາລະວາດຕີ ກັນ 15 ເລື່ອງ, ຫຼົງຍິງກັນ 6 ເລື່ອງ, ງັດແງະ 1 ເລື່ອງ, ລະເມີດເຄຫາສະຖານ 1 ເລື່ອງ, ເຮັດໃຫ້ຜູ້ອື່ນ ໄດ້ຮັບບາດເຈັບ ແລະ ເສຍຊິວີດ 7 ເລື່ອງ, ທຳລາຍຊັບພົນລະເມືອງ 1 ເລື່ອງ, ພະຍາຍາມຄາດຕະກຳ 3 ເລື່ອງ, ຄາດຕະກຳ 2 ເລື່ອງ ແລະ ລັກຂຸດຄົ້ນເຄື່ອງວັດຖຸບູຮານ 1 ເລື່ອງ; ສໍາລັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ສາມາດມ້າງຄະດີໄດ້ 111 ເລື່ອງ ກັກຜູ້ຖືກຫາ ໄດ້ 152 ຄົນ, ວຽກງານຕຳຫຼວດຈະລາຈອນ ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 124 ເລື່ອງ ແລະ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ມີອັກຄີໄພເກີດຂຶ້ນ 5 ຄັ້ງ ສ້າງຜົນເສຍຫາຍ 552 ລ້ານກ່ວາກີບ.

ຕອນທ້າຍ, ພັທ ອິນສົມ ທໍາ ລະສິນ ໄດ້ສະແດງຄຳຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂົງເຂດວຽກງານວິຊາສະເພາະ ໃຫ້ສືບຕໍ່ຄຸ້ມຄອງນໍາພາບັນຊາ ແລະ ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃຫ້ໄດ້ຮັບໝາກຜົນດີຂຶ້ນກ່ວາເກົ່າ ແລະ ນຳເອົາທິດທາງແຜນການລົງຈັດຕັ້ງຜັນຂະຫຍາຍຫັນໃຫ້ເປັນແຜນການອັນລະອຽດ ເພື່ອຈັດຕັ້ງປະຕິບັດ.