ກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກ ສານປະຊາສູງສຸດ ຈັດຂຶ້ນໃນວັນ ທີ 5-6 ກໍລະກົດ 2018 ຜ່ານມາ ເພື່ອສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ມີບັນດາຄະນະພັກຕະຫຼອດຮອດສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ສະຫາຍ ຄໍາພາ ແສງດາລາ ຮອງເລຂາຄະນະບໍລິຫານງານພັກ ປະທານກວດກາພັກ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໄດ້ຕັ້ງໜ້າການປະຕິບັດໜ້າທີ່ວຽກງານ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ III ວາງອອກ, ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມເອົາໃຈໃສ່ ແລະ ຍຶດໝັ້ນທັດສະນະພັກກ່ຽວກັບການຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການນໍາພາຂອງພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທັງ 4 ດ້ານ ສາມາດເຮັດໄດ້ສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນໃນ 5 ເດືອນຜ່ານມາ ມີຄະດີເຂົ້າມາສານປະຊາຊົນທົ່ວປະເທດ 6.185 ເລື່ອງ ແກ້ໄຂໄດ້ 3.702 ເລື່ອງ ຍັງຄ້າງ 2.483 ເລື່ອງ. ໃນນີ້, ສານປະຊາຊົນສູງສຸດ 199 ເລື່ອງ ແກ້ໄຂໄດ້ແລ້ວ 106 ເລື່ອງ ຍັງ 93 ເລື່ອງ.

ໃນຕໍ່ໜ້າ, ຄະນະບໍລິຫານງານພັກ ຈະເພີ່ມທະວີການສຶກສາອົບຮົມນໍາພາການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນຢ່າງເລິກເຊິ່ງມີຈຸດສຸມ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາຂອງພະນັກງານສານປະຊາຊົນ ເພື່ອແນ່ໃນການຄົ້ນຄວ້າພິຈາລະນາແກ້ໄຂຄະດີດ້ວຍຈິດໃຈບຸກທະລຸ ແລະ ໃຊ້ກົນໄກ, ວິທີການເໝາະສົມ ເພື່ອໃຫ້ການແກ້ໄຂພິຈາລະນາຄະດີໄດ້ຕາມຄາດໝາຍທີ່ວາງໄວ້ ທັງຮັບປະກັນໄດ້ຄວາມຖືກຕ້ອງຕາມກົດໝາຍ, ຍຸຕິທໍາ, ໂປ່ງໃສ, ທັນກັບກໍານົດເວລາ ແລະ ມີຄຸນນະພາບທີ່ແທ້ຈິງ.