ເຈົ້າໜ້າທີິ່ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຕິດຕາມຈັບຕົວໄວລຸ້ນສອງຄົນ ທີ່ກໍ່ເຫດໃຊ້ປືນສັ້ນຈີ້ເອົາສາຍຄໍຄໍາຂອງປະຊາຊົນ ທີ່ກໍາລັງຍ່າງຕາມເສັ້ນຕັດໃໝ່ ບ້ານປາກແຫດ ເມືອງນາຊາຍ ທອງ; ພ້ອມທັງເກັບກູ້ຂອງກາງມອບຄືນໃຫ້ເຈົ້າຂອງເດີມ ໃນຕົ້ນເດືອນມິຖຸນາ 2018.

ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງນາຊາຍທອງ ເປີດເຜີຍວ່າ: ໃນຕົ້ນເດືອນມິຖຸນາທີ່ຜ່ານມາ, ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີໄວລຸ້ນສອງຄົນຂີ່ລົດຈັກຊ້ອນກັນ ແລ້ວເອົາປືນຈີ້ເອົາສາຍຄໍຄໍາ 1 ເສັ້ນ ນໍ້າໜັກ 1 ບາດໜີໄປ. ຈາກນັ້ນ, ເຈົ້າໜ້າທີ່ຈິ່ງ ໄດ້ກໍານົດເປົ້າໝາຍກໍ່ການກະທໍາຜິດ ແລະ ຕິດຕາມຈັບຕົວພວກ່ຽວມາດໍາ ເນີນຄະດີ.

ຮອດໃນວັນທີ 14 ມິຖຸນາ 2018, ເຈົ້າໜ້າທີ່ຈຶ່ງສາມາດຈັບຜູ້ກໍ່ເຫດໄດ້ສອງຄົນ ຄື  ທ້າວ ເພັງພະຈັນ ຫຼື ໝີດໍາ ອາຍຸ 27 ປີ, ບ້ານໂນນບໍ່ແກ້ວ ແລະ ທ້າວ ພັນທະວີ ຫຼື ຮວກ ອາຍຸ 14 ປີ ບ້ານຈັນສະຫວ່າງ ທັງສອງຢູ່ເມືອງສີໂຄດ ຕະບອງ.

ຜ່ານການສອບສວນຂອງເຈົ້າໜ້າ, ພວກກ່ຽວສາລະພາບວ່າ ເວລາປະມານ 16:00 ໂມງຂອງວັນວັນທີ 10 ມິຖຸນາ 2018,  ໄດ້ພາກັນຂັບຂີ່ລົດຈັກ MSX ໝາຍເລກທະບຽນ ທອ 9969 ກໍາແພງນະຄອນ ໄປທາງຕັດໃໝ່ບ້ານປັກ ແຮດ  ເມືອງນາຊາຍທອງ.  ພໍໄປຮອດຈຸດທີ່ທາງຢາງຕັດກັບທາງດິນແດງ, ໄດ້ເຫັນຜູ້ຊາຍ 3 ຄົນ ພາກັນຍ່າງໄປແຕ່ ທາງບ້ານນາຊາຍ ມຸ່ງໜ້າໄປທາງບ້ານປັກແຮດ. ໃນຂະນະນັ້ນ, ໄດ້ມີຊາຍຄົນໜຶ່ງຮ້ອງໃສ່ພວກກ່ຽວວ່າ:  “ຊົງຜົມ ຄືເຮັດກວນແທ້”. ພໍໄດ້ຍິນແນວນັ້ນ, ຈຶ່ງໄດ້ລ້ຽວລົດກັບໄປຫາຊາຍທັງສາມຄົນນັ້ນ ແລ້ວຈອດລົດຈັກຍ່າງໄປດຶງຜົມ ແລະ ເອົາປືນຈີ້ຜູ້ຊາຍທີ່ຮ້ອງໃສ່ຜູ້ກ່ຽວ ແລ້ວດຶງເອົາສາຍຄໍຄໍາຂອງຊາຍຄົນນັ້ນຈໍານວນ 1 ເສັ້ນ ກ່ອນຈະຂີ່ລົດຫຼົບ ໜີໄປ.

ຈາກນັ້ນ, ທັງສອງໄດ້ເອົາສາຍຄໍຄໍາທີ່ປຸ້ນໄດ້ນັ້ນ ໄປໃຫ້ ທ້າວ ທິບພະຈັນ ອາຍຸ 17 ປີ ບ້ານວຽງຄໍາ  ແລະ ນາງ ສົມ ພອນ ຫຼື ຈ່ອຍ ອາຍຸ 17 ປີ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອນໍາໄປຂາຍໃຫ້ກັບ ພວກກ່ຽວ ໂດຍໄດ້ເງິນ 3.400.000 ກີບ ແລ້ວເອົາໄປແບ່ງປັນກັນ. ຮອດວັນທີ14 ມິຖຸນາ 2018,  ເຈົ້າໜ້າທີ່ ໄດ້ເຂົ້າຈັບຕົວພວກກ່ຽວມາດໍາເນີນຄະດີ.

ນອກຈາກນີ້, ພັທ ໄຊເພັດ ບຸດດີ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ສໍາພາດກ່ຽວກັບສະພາບ ການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນເມືອງ ວ່າ ໃນຍະ 6 ເດືອນຕົ້ນປີ 2018 ທົ່ວເມືອງນາຊາຍທອງ ມີຄະ  ດີອາຍາເກີດຂຶ້ນທັງໝົດ 200 ກວ່າເລື່ອງ, ແກ້ໄຂໄດ້ 180 ກວ່າເລື່ອງ, ກັກຕົວຜູ້ຖືກຫາໄດ້ 290 ຄົນ ຍິງ 44 ຄົນ.