ສະຖິຕິ 6 ເດືອນຕົ້ນປີ 2018 ຊີ້ໃຫ້ເຫັນວ່າ: ແຮງງານລາວຖືກຂົນຂວາຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ໂດຍບໍ່ໄດ້ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼາຍກວ່າ 40 ພັນຄົນ.

ກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະລັດຖະມົນຕີ-ຮອງລັດຖະມົນຕີ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ທັງເປັນຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ: ໄລຍະ 6 ເດືອນຕົ້ນປີຜ່ານມາ ບັນຫາການຄ້າມະນຸດຍັງສືບຕໍ່ເກີດຂຶ້ນດ້ວຍຫຼາຍຮູບການຫຼາຍວິທະການ ເປັນຕົ້ນແມ່ນການຕັວະຍົວະຫຼອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ເສີບອາຫານ ແລະ ຂົນຂວາຍເອົາແມ່ຍິງໄປແຕ່ງດອງກັບຄົນຕ່າງປະເທດ ດ້ວຍຫຼາຍຮູບການໝັ້ນໝາຍ ເຊິ່ງໄດ້ເກີດຂຶ້ນຢູ່ເກືອບທຸກໆແຂວງຂອງ ສປປ ລາວ.

ໃນໄລຍະຜ່ານມາ. ນອກນີ້, ຈາກການເກັບກໍາສະຖິຕິເຫັນວ່າ: ມີການຂົນຂວາຍເອົາແຮງງານລາວ ໄປອອກເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ໂດຍບໍ່ໄດ້ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຈໍານວນ 46.893 ຄົນ ຍິງ 26.167 ຄົນ, ມີແຮງງານລາວຖືກປັບສະຖານະພາບຢູ່ປະເທດໄທ ຈໍານວນ 7.767 ຄົນ ຍິງ 4.036 ຄົນ, ຖືກສົ່ງກັບບໍ່ເປັນທາງການຈາກປະເທດໄທ ຈໍານວນ 68 ຄົນ ຍິງ 57 ຄົນ, ຜູ້ຖືກເຄາະຮ້າຍທີ່ຖືກສົ່ງກັບປະເທດຢ່າງເປັນທາງການຈາກປະເທດໄທ ຫຼາຍກວ່າໝູ່ແມ່ນ ແຂວງບໍ່ແກ້ວ, ບໍລິຄໍາໄຊ ແລະ ແຂວງຊຽງຂວາງ. ສ່ວນຍິງສາວລາວທີ່ຖືກຊ່ວຍເຫຼືອ ແລະ ສົ່ງກັບຈາກ ສປ ຈີນ ຫຼາຍກວ່າໝູ່ແມ່ນມາຈາກແຂວງຫົວພັນ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ.

ນອກນັ້ນ, ຍັງເກີດມີສະພາບເປັນແພດເຖື່ອນປະສົມຕົວອ່ອນ ເຊິ່ງຜ່ານມາສາມາດແກ້ໄຂໄດ້ 2 ເລື່ອງ. ພ້ອມທັງຍັງມີພຶດຕິກໍາທີ່ມີຄວາມສ່ຽງຕໍ່ການຄ້າມະນຸດ ແມ່ນການຄ້າໂສເພນີ ຍັງສືບຕໍ່ເກີດຂຶ້ນຢູ່ຕາມຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ, ເຮືອນພັກ; ປັດຈຸບັນແມ່ນໄດ້ແຜ່ລາມໃນທົ່ວປະເທດ.

ເພື່ອເຮັດໃຫ້ບັນຫາການຕ່າງໆທີ່ມີຄວາມສ່ຽງຕໍ່ກັບການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ, ໃນ 6 ເດືອນທ້າຍປີ 2018 ນີ້ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈະສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ ເຊັ່ນ: ເຂົ້າຮ່ວມກອງປະຊຸມສອງຝ່າຍລາວ-ໄທ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ 6 ປະເທດລຸ່ມແມ່ນໍ້າຂອງ ທີ່ຈະຈັດຂຶ້ນທີ່ປະເທດຈີນ, ກອງປະຊຸມ 3 ຝ່າຍ ລາວ-ຫວຽດນາມ-ກໍາປູເຈຍ ເພື່ອສະຫຼຸບການແກ້ໄຂການຄ້າມະນຸດລຽບຕາມຊາຍແດນ. ພ້ອມດຽວກັນນັ້ນ, ຈະສືບຕໍ່ພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ເຊັ່ນ: ຂະບວນການບາລີ, ໂຄງການ 6 ປະເທດລຸ່ມແມ່ນໍ້າຂອງຕ້ານການຄ້າມະນຸດ, ໂຄງການອົດສະຕາລີ-ອາຊີ ເພື່ອຕ້ານການຄ້າມະນຸດ, ແຜນງານຮ່ວມມືສາກົນເພື່ອສະກັດກັ້ນ, ແກ້ໄຂບັນຫາການຄ້າມະນຸດ, ລັກລອບເຄື່ອນຍ້າຍແຮງງານຂ້າມແດນ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ສອດຄ່ອງກັນສົນທິສັນຍາທີ່ ສປປ ລາວ ເຂົ້າເປັນພາຄີ ແລະ ແຜນງານແຫ່ງຊາດວ່າດ້ວຍ ການຕ້ານການຄ້າມະນຸດທີ່ກໍານົດໄວ້.

ພ້ອມນີ້, ຈະສືບຕໍ່ວຽກງານໂຄສະນາໃຫ້ແຂງແຮງ ແລະ ເຮັດໃຫ້ມີປະສິດທິຜົນກວ່າເກົ່າ ໂດຍການໂຄສະນາຜ່ານທາງໂທລະພາບ, ວິທະຍຸ, ໜັງສືພິມ, ສື່ສັງຄົມອອນລາຍ, ນໍາໃຊ້ພະສົງ, ສໍາມະເນນໃນວັດ ຊ່ວຍໂຄສະນາໃຫ້ສັງຄົມ, ທ້ອງຖິ່ນເຂດຫ່າງໄກສອກຫຼີກຮັບຮູ້, ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ ເພື່ອມີສະຕິລະວັງຕົວ ບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.