ໃນວັນທີ 2 ກໍລະກົດຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນເຂດ II ນະຄອນຫຼວງວຽງຈັນ ໄດ້ຕັດສິນ ຈໍາຄຸກ ທ້າວ ທອງວັນ ອາຍຸ 40 ປີ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນສະຖານລັກຊັບພົນລະເມືອງ ເປັນເວລາ 6 ເດືອນ ແລະ ປັບໃໝ 750.000 ກີບ.

ໃນວັນທີ 12 ທັນວາ 2017, ທ້າວ ເຕ້ຍ ເຊິ່ງເປັນລູກຂອງ ທ້າວ ທອງວັນ ພ້ອມກັບໝູ່ ໄດ້ພາກັນໄປລັກສາຍໄຟຟ້າ ເສັ້ນໃຫຍ່ຂອງບໍລິສັດແຫ່ງໜຶ່ງເຂດບ້ານທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລ້ວນຳໄປຂາຍໃຫ້ກັບຮ້ານ ຮັບຊື້ເຫຼັກເສດ ໄດ້ເງິນຈຳນວນ 50.000 ກີບ.

ມາວັນທີ 23 ມັງກອນ 2018, ທ້າວ ເຕ້ຍ ໄດ້ຊັກຊວນເອົາ ທ້າວ ທອງວັນ ຜູ້ເປັນພໍ່ໄປລັກສາຍໄຟຟ້າຢູ່ຈຸດດັ່ງ ກ່າວອີກ. ທັງສອງໄດ້ພາກັນຫ້າງຫາກະກຽມອຸປະກອນຕັດສາຍໄຟແລ້ວພາກັນເຂົ້າໄປລັກເອົາສາຍໄຟຟ້າຍາວ ປະມານ 10 ແມັດ. ຫຼັງຈາກລັກມາແລ້ວ ກໍນຳໄປປອກເອົາສາຍທອງ ຈຶງນຳໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ. ແຕ່ວ່າ, ໃນລະຫວ່າງທີ່ນໍາເອົາສາຍທອງໄປຂາຍນັ້ນ, ໄດ້ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ. ສ່ວນທ້າວ ເຕ້ຍ ຜູ້ເປັນລູກ ເຊິ່ງມີອາຍຸ 12 ປີ, ເຈົ້າໜ້າທີ່ໄດ້ທໍາການສຶກສາອົບຮັບກ່າວເຕືອນແລ້ວສົ່ງຜູ້ປົກຄອງສືບຕໍ່ຕິດຕາມສຶກສາອົບຮົມ.

ຄະນະສານອາຍາໄດ້ວິນິດໄສວ່າ: ທ້າວ ທອງວັນ ໄດ້ກະທຳຜິດກົດໝາຍອາຍາ ໃນສະຖານລັກຊັບພົນລະເມືອງ, ເຊິ່ງ ແຕະຕ້ອງເຖິງກຳມະສິດສ່ວນຕົວຂອງບຸກຄົນອື່ນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກຳນົດ ໄວ້ໃນໝວດທີ v ມາດຕາ 119 ວັກ 1 ຂອງກົດໝາຍອາຍາ. ດັ່ງນັ້ນ, ຄະນະສານ ຈຶ່ງເຫັນຄວນຕັດອິດສະຫຼະ ພາບຈໍາ ເລີຍ 6 ເດືອນປັບໃໝ 750.000 ກີບ ພ້ອມທັງໃຫ້ໃຊ້ແທນຄ່າເສຍຫາຍໃຫ້ກັບໂຈດທາງແພ່ງ.