ທ້າວ ພຸດທະຄູນ (ເລ້) ອາຍຸ 34 ປີ ອາຊີບກໍາມະກອນບ້ານສີເກີດ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ພົວພັນເສບຢາບ້າມາໄດ້ຫຼາຍປີກ່ອນ ເຄື່ອນໄຫວຂາຍຍ່ອຍຢາເສບຕິດຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຕົວພ້ອມຂອງກາງຢາບ້າເກືອບ 500 ເມັດ ແລະ ຢາໄອສ໌ 8 ຫຼອດ ໄປດໍາເນີນ ຄະດີ.
ທ້າວ ພຸດທະຄູນ (ເລ້) ສາລະພາບ ວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2011 ເປັນຕົ້ນມາ, ຢາບ້າທີ່ຊື້ມາເສບແມ່ນຊື້ ນໍາ ທ້າວ ໂອ ອາຍຸ 19 ປີ ຢູ່ບ້ານດຽວກັນ ກັບຜູ້ກ່ຽວ ຊື້ມາແລ້ວຫຼາຍຄັ້ງຄັ້ງລະ 2- 3 ເມັດ, ແລ້ວໄປເສບຢູ່ເຮືອນ; ມາຮອດ ເດືອນກໍລະກົດ ປີ 2017 ຈຶ່ງເລີ່ມຄ້າ-ຂາຍ ຢາເສບຕິດ (ຢາບ້າ) ໂດຍໄປຊື້ນໍາທ້າວ ກີ້ ອາຍຸ 32 ປີ ບ້ານທົ່ງປົ່ງ ເມືອງສີໂຄດ ຕະບອງ ຄັ້ງລະ 200-1000 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວກໍເອົາມາເສບ ແລະ ຂາຍໃຫ້ກັບ ທ້າວ ໄຊ ອາຍຸ 36 ປີ, ທ້າວ ອ໋ອດ ອາຍຸ 38 ປີ, ທ້າວ ຫຼ້າ ອາຍຸ 36 ປີ ທັງສາມແມ່ນຢູ່ບ້ານສີເກີດ.
ນອກນັ້ນ, ຍັງໄດ້ຂາຍໃຫ້ກັບໄວ ລຸ້ນທົ່ວໄປ, ຂາຍເທື່ອລະ 50-200 ເມັດ ເມືອໄດ້ເງິນມາແລ້ວກໍໃຊ້ຈ່າຍຫຼິ້ນກິນ ຟຸມເຟື່ອຍ; ມາຮອດວັນທີ 13 ພຶດ ສະພາ 2018 ໄດ້ໄປຊື້ຢາບ້ານໍາ ທ້າວ ກີ້ ອີກຈໍານວນ 5 ຖົງ ເທົ່າກັບ 1000 ເມັດ ແລ້ວກໍນໍາມາຂາຍໃຫ້ກັບພວກເກົ່າອີກ.


ໃນວັນທີ 17 ພຶດສະພາ 2018 ໄດ້ໄປຊື້ຢາໄອສ໌ ນໍາ ທ້າວ ກີ້ 3 ຖົງນ້ອຍ ແລ້ວນໍາໄປເສບເອງ ໃນຂະນະທີ່ກໍາລັງ ເສບຢາຢູ່ໄອສ໌ ຢູ່ນັ້ນ ຖືກເຈົ້າໜ້າທີ່ກັກ ຕົວພ້ອມຂອງກາງຢາບ້າ 491 ເມັດ ແລະ ຢາໄອສ໌ 8 ຫຼອດນ້ອຍ.