ເກີດອຸບັດຕິເຫດລົດ 12 ລໍ້ ໝາຍເລກທະບຽນ 62-9480 ປະເທດໄທ. ທີ່ບັນທຸກໝາກໄມ້ເຕັມຄັນລົດເສຍຫຼັກ ປີ້ນເອງຢູ່ເສັ້ນທາງ R3 ຂອບເຂດບ້ານນໍ້າແພ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃນວັນທີ 23 ມິຖຸນາ 2018 ນີ້ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວ ເສຍຊີວິດຄາທີ່ ແລະ ອີກ 3 ຄົນ ທີ່ຂີ່ມານຳບາດເຈັບເລັກໜ້ອຍ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເວລາ 17:00 ໂມງ, ຂອງວັນທີ 23 ມິຖຸນາ 2018 ທາງໜ່ວຍງານຈະລາຈອນ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຮັບ ແຈ້ງຄວາມຈາກ ປກສ ກຸ່ມບ້ານນໍ້າແພ ວ່າມີອຸບັດຕິເຫດ 1 ລາຍ ລົດບັນທຸກປີ້ນເອງ ຢູ່ເສັ້ນທາງ R3 ຂອບເຂດ ປ້ອມທະຫານບ້ານນໍ້າແພ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງໄປກວດກາສະຖານທີ່ເກີດເຫດພົບເຫັນລົດ ບັນທຸກ 12 ລໍ້ປີ້ນເອງ ຂັບຂີ່ໂດຍ ທ້າວ ໄຊພອນ ອາຍຸ 47 ປີ, ຂັບລົດສັນ ຊາດໄທ ເສຍຊີວິດຄາທີ່ ແລະ ຜູ້ຂີ່ມາ ນຳຊື່ນາງ ຈັນທີ ອາຍຸ 22 ປີ ປະຊາຊົນຢູ່ບ້ານນໍ້າແກ່ງ, ທ້າວ ລັກ ອາຍຸ 18 ປີ ກຳມະກອນຢູ່ບ້ານໃໝ່, ທ້າວ ຢືນ ອາຍຸ 23 ປີ ປີ ກຳມະກອນຢູ່ບ້ານນໍ້າແກ່ງ ທັງ 3 ຄົນ ຢູ່ເມືອງງອຍ ແຂວງຫຼວງພະບາງ ໄດ້ຮັບບາດເຈັບເລັກໜ້ອຍ, ສ່ວນພາຫະນະເປ່ເພສົມຄວນ.


ເຫດການດັ່ງກ່າວ, ນາງ ຈັນ ທີ ( ຜູ້ຂີ່ມານຳ ) ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ກ່ອນເວລາເກີດເຫດ ທ້າວ ໄຊພອນ ໄດ້ ອອກຈາກດ່ານບໍ່ເຕ່ນ ມຸ່ງໜ້າຈະໄປແຂວງບໍ່ແກ້ວ ຈຸດປະສົງແມ່ນຈະໄປສົ່ງໝາກໄມ້ຢູ່ປະເທດໄທ. ພໍມາຮອດຈຸດ ເກີດເຫດຂອບເຂດບ້ານນໍ້າແພ ສະພາບເສັ້ນທາງໂຄ້ງ ແລະ ລົງຄ້ອຍ ລົດໄດ້ເສຍຫຼັກປີ້ນລົງຂ້າງເບື້ອງຂວາ ເຮັດໃຫ້ ຜູ້ຂັບຂີ່ເສຍຊີວິດຄາທີ່.

ສ່ວນສາເຫດໃນຄັ້ງນີ້, ເບື້ອງຕົ້ນອາດເກີດຈາກຜູ້ຂັບຂີ່ລະເມີດລະບຽບການສັນຈອນ, ຂັບຂີ່ດ້ວຍຄວາມໄວເກີນ ທີ່ທາງກົດໝາຍກຳນົດໄວ້.