1. ກິນອາຫານທີ່ດີ:
ການກິນອາຫານທີ່ດີ ນອກຈາກຈະເຮັດໃຫ້ສຸຂະພາບກແຂງແຮງດີຍັງສົ່ງຜົນໃຫ້ສະໝອງດີນຳອີກ; ທ່ານຮູ້ບໍ່ວ່າ ອາຫານທີ່ຜ່ານການປຸງແຕ່ງຫຼາຍຂັ້ນຕອນ, ມີຣົດຊາດຫວານ ແລະ ໄຂມັນຫຼາຍນັ້ນ ຖ້າກິນເປັນປະຈໍາຈະເປັນສາ ເຫດທໍາລາຍສະໝອງໄດ້ ເພາະອາຫານທີ່ຫວານ, ໄຂມັນຫຼາຍ ເຮັດໃຫ້ການຮຽນຮູ້ ແລະ ຄວາມຈໍາຫຼຸດລົງ, ສ່ຽງຕໍ່ ການເກີດພະຍາດອາວໄຊເມີ. ດັ່ງນັ້ນ, ທ່ານຄວນກິນອາຫານທີ່ມີຄຸນປະໂຫຍດຕໍ່ສະໝອງ ເຊັ່ນ: ຜັກ, ໝາກຖົ່ວ, ປາຈະຊ່ວຍຫຼຸດ ຄວາມສ່ຽງຕໍ່ການເກີດອາວໄຊເມີໄດ້ເຖິງ 50%.
2. ສິ່ງແວດລ້ອມທີ່ດີ:
ຖ້າເຮົາຢູ່ໃນສະພາບແວດລ້ອມທີ່ເປັນພິດ ອາກາດບໍ່ດີ ແລະ ບັນຍາກາດບໍ່ດີ ແນ່ນອນວ່າມັນຈະສົ່ງຜົນເສຍຕໍ່ສະ ໝອງແນ່ນອນ ເພາະມີຄວາມສ່ຽງໃນການເຮັດວຽກຂອງປອດທີ່ໄດ້ຮັບມົນລະພິດເພີ່ມ. ດັ່ງນັ້ນ, ຖ້າຢາກໃຫ້ສະ ໝອງປອດໂປ່ງ, ໂລ່ງສະບາຍ ແລະ ຢູ່ໃນສະພາບແວດລ້ອມທີ່ດີ ຈະຊ່ວຍສ້າງສະໝອງໃຫ້ມີຄວາມຄິດສ້າງສັນ ຫຼາຍຂຶ້ນ.


3. ເລີກດື່ມເຫຼົ້າ ແລະ ຢາສູບ:
ດື່ມເຫຼົ້າ ແລະ ສູບຢາສູບ ຈະເຮັດໃຫ້ສະໝອງບໍ່ດີ ໂດຍສະເພາະການດື່ມເຫຼົ້າເບຍ ຫຼື ສູບຢາ ສົ່ງຜົນກະທົບໂດຍກົງຕໍ່ ສຸຂະພາບ ຍິ່ງອາຍຸຫຼາຍຂຶ້ນ ຍິ່ງສົ່ງຜົນກະທົບຕໍ່ສະໝອງໂດຍກົງ ເພາະເຄື່ອງດື່ມທາດເຫຼົ້າ ມີຜົນເຮັດໃຫ້ສະໝອງ ແກ່ກ່ອນໄວ ເຮັດໃຫ້ສະໝອງເຮັດວຽກຫຼຸດລົງ 40%, ມີຜົນຕໍ່ຂະບວນການຮຽນຮູ້ ແລະ ຄວາມຈໍາ, ເຊິ່ງຈະເຫັນ ໄດ້ວ່າຄົນທີ່ມັກດື່ມເຫຼົ້າ ຫຼື ເບຍ ແລະ ສູບຢາຫຼາຍໆ ຄວາມຊົງຈໍາຈະບໍ່ດີ ເມື່ອເວລາອາຍຸຫຼາຍຂຶ້ນ.
4. ຢຸດຄວາມກັງວົນ ຫຼື ຄິດຫຼາຍ:
ຄົນເຮົາຖ້າມີອາການກັງວົນ ຫຼື ຄິດຫຼາຍ ຈະ ເຮັດໃຫ້ສະໝອງຝໍ່, ເຊິ່ງເຮົາສາມາດສັງເກດໄດ້ໃນເວລາທີ່ເຮົາກັງວົນ ເລື່ອງໃດເລື່ອງໜຶ່ງຫຼາຍ ຈະເຮັດໃຫ້ບໍ່ມີຄວາມສຸກເລີຍ ເພາະສະໝອງໄປ ຈົດຈໍ່ກັບຄວາມທຸກຈົນບໍ່ເປີດຮັບເລື່ອງ ໃໝ່ໆ ເຮັດໃຫ້ສະໝອງຄິດເລື່ອງເກົ່າຊໍ້າໄປ-ຊ້ຳມາ ສົ່ງຜົນໃຫ້ຄວາມຮູ້ສຶກບໍ່ດີຕາມມາ ແລະ ມີຜົນໂດຍກົງຕໍ່ສຸຂະ ພາບທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ຖ້າຮູ້ຕົວວ່າມີຄວາມກັງວົນ ຫຼື ເຄັ່ງຄຽດ ຕ້ອງພະຍາຍາມຫາກິດຈະ ກໍາອື່ນໆມາເຮັດເຊັ່ນ: ອອກກໍາລັງກາຍ ຫຼື ຝຶກນັ່ງສະມາທິຊ່ວຍຫຼຸດລະດັບຮໍໂມນຄວາມເຄັ່ງຄຽດໄດ້.
5. ນອນຫຼັບພັກຜ່ອນໃຫ້ພຽງພໍ:


ການນອນບໍ່ພຽງພໍ ສົ່ງຜົນຕໍ່ສະໝອງທັນທີ ສັງເກດໄດ້ງ່າຍໆວ່າມື້ໃດທີ່ນອນໜ້ອຍ, ນອນບໍ່ພຽງພໍ ຈະເຮັດໃຫ້ ຄວາມຈໍາຂ້ອນຂ້າງບໍ່ດີ, ມີການຫຼົງລືມ ແລະ ສະໝອງສັ່ງການຊ້າຄິດບໍ່ທັນ ເມື່ອມີພຶດຕິກໍານອນບໍ່ພໍເປັນປະຈໍາ ອາດສົ່ງຜົນຕໍ່ຄວາມຈໍາໄລຍະຍາວ ນໍາໄປສູ່ພະຍາດສະໝອງເສື່ອມກ່ອນໄວ ເພາະວ່າຖ້ານອນໜ້ອຍເປັນປະຈຳ ຈະເຮັດໃຫ້ສະໝອງແກ່ໄວຂຶ້ນ ຫຼຸດປະສິດທິພາບການເຮັດວຽກ ແລະ ໃນການຮັບຮູ້ນຳອີກ.
6. ອອກກໍາລັງກາຍເບົາໆ:
ຊ່ວຍໃຫ້ສະໝອງກະຕຸ້ນການເຮັດວຽກ ພະນັກງານຫ້ອງການທີ່ນັ່ງດົນໆຢູ່ຕໍ່ໜ້າຈໍຄອມພິວເຕີ ບໍ່ພຽງແຕ່ສົ່ງຜົນ ເສຍຕໍ່ສຸຂະພາບ ຍັງສົ່ງຜົນຕໍ່ສະໝອງພ້ອມ ເພາະເຮັດໃຫ້ສະໝອງມີພື້ນທີ່ໃນການສ້າງຄວາມຈໍາໃຫ້ໜ້ອຍລົງ. ດັ່ງ ນັ້ນ, ຄວນລຸກຂຶ້ນໄປເຂົ້າຫ້ອງນໍ້າ ຫຼື ຖ້ານັ່ງດົນ ເກີນໄປຄວນລຸກມາຢືດແຄ່ງຢືດຂາແດ່ ເພື່ອໃຫ້ສາຍຕາໄດ້ພັກ ແລະ ສະໝອງບໍ່ເຮັດວຽກໜັກເກີນໄປ.

7.ຝຶກສະໝອງໃຫ້ເຮັດວຽກແດ່:

ຖ້າຢາກເຮັດໃຫ້ສະໝອງສະຫຼາດຕະຫຼອດເວລາ ຄວນໃຊ້ສະໝອງໝາຍໆ ໂດຍການທົດສອບສະໝອງໃນການແກ້ ໂຈດຍາກໆ ເຊັ່ນ: ຫຼິ້ນເກມ, ການອ່ານໜັງສື ລ້ວນແລ້ວແຕ່ຝຶກສະໝອງໃຫ້ພັດທະນາຢູ່ສະເໝີ ລວມເຖິງການຄິດ ແຕ່ເລື່ອງດີໆ ມີປະໂຫຍດບໍ່ພາຕົນເອງໃຫ້ເຂົ້າໄປຢູ່ໃນເລື່ອງຄວາມເຄັ່ງຄຽດທີ່ມີແຕ່ຄວາມທຸກ ຮັບຮອງວ່າສະໝອງ ທີ່ຝໍ່ ຫຼື ຄວາມຈໍາບໍ່ຄ່ອຍດີ ແລະ ມີການຄິດຊ້າ  ຈະບໍ່ມາລົບກວນໃຈເຮົາແນ່ນອນ.