ເຊື່ອວ່າຫຼາຍຄົນມັກຫຼິ້ນໂທລະສັບໃນເວລາເຂົ້າຫ້ອງນ້ຳ ແຕ່ຮູ້ບໍ່ວ່າມັນເປັນອັນຕະລາຍຫຼາຍທີ່ສຸດ ເພາະທ່ານສາມາດ ຮັບເຊື້ອພະຍາດຕ່າງໆເຂົ້າສູ່ຮ່າງກາຍຕົນເອງໄດ້ຢ່າງງ່າຍດາຍ ເພາະຫ້ອງນ້ຳເປັນແຫຼ່ງສະສົມພະຍາດ ເຊັ່ນ: ເຊື້ອ ພະຍາດຊານໂມເນລາ, ເຊື້ອພະຍາດອີໂຄໄລ E ແລະ C.
1. ໃນເວລາທ່ານເຂົ້າຫ້ອງນ້ຳຈັບໂທລະສັບຂຶ້ນມາ ໂດຍທີ່ບໍ່ທັນໄດ້ລ້າງມື, ທ່ານຈະໄດ້ຮັບເຊື້ອແບັກທີເຣຍ ທັງໝົດ ທັນທີທີ່ຕິດຢູ່ໃນໂທລະສັບຂອງທ່ານ.
2. ປົກກະຕິແລ້ວຄົນເຮົາບໍ່ຄວນໃຊ້ໂທລະສັບໃນເວລາທີ່ເຮົາເຂົ້າຫ້ອງນ້ຳ ເພາະເຮົາຈະໄດ້ ຮັບເຊື້ອໄວຣັດທີ່ປົນເປື້ອນ ມາກັບອາຈົມ ແລະ ເຊື້ອພະຍາດອື່ນໆທີ່ຢູ່ໃນຫ້ອງນ້ຳ ເພາະຫ້ອງ ນ້ຳເປັນບ່ອນທີ່ຊຸ່ມຊື່ນຢູ່ຕະຫຼອດ ແລະ ມີຄວາມ ສ່ຽງງ່າຍຕໍ່ເຊື້ອພະຍາດຕ່າງໆທີ່ຈະມາອາໃສຢູ່.


3. ເຊື້ອໄວຣັດທີ່ເຂົ້າສູ່ມືເຮົານັ້ນສາມາດເຂົ້າສູ່ຮ່າງກາຍຄົນເຮົາໄດ້ຫຼາຍທາງ. ດັ່ງນັ້ນ, ຈຶ່ງບໍ່ວາງໂທລະສັບໄວ້ເທິງເຈ້ຍ ອະນາໄມໃນຫ້ອງນ້ຳ ຫຼື ບ່ອນອື່ນໆໃນບໍລິເວນຫ້ອງນ້ຳເດັດຂາດ.
4. ເຊື້ອພະຍາດເຫຼົ່ານັ້ນສາມາດຕິດມາກັບໂທລະສັບ ແລະ ເຊື້ອພະຍາດສາມາດຢູ່ໄດ້ດົນເຖິງ 2-3 ມື້ ເພາະໂທລະສັບ ຂອງທ່ານຮ້ອນຈະເປັນບ່ອນຢູ່ທີ່ອົບອຸ່ນຂອງແບັກທີເຣຍ. ຜູ້ຊ່ຽວຊານຂອງຕ່າງປະເທດເວົ້າອີກວ່າ: ຖ້າຫາກມີຄາບ ຄວາມໜຽວຂອງເຂົ້າໜົມທີ່ຕິດກັບໂທລະສັບ ກໍຍິ່ງຈະເຮັດໃຫ້ແບັດທີເຣຍອາໃສຢູ່ໄດ້ດີ. ດັ່ງນັ້ນ, ທ່ານຄວນລ້າງມື ດ້ວຍສະບູໃຫ້ສະອາດ ແລະ ບໍ່ຄວນເອົາໂທລະສັບມາຫຼິ້ນໃນເວລາທີ່ທ່ານເຂົ້າຫ້ອງນ້ຳເດັດຂາດ.


ແນວໃດກໍຕາມ, ຫຼາຍຄົນອາດຈະເຫັນ ແລ້ວວ່າການຫຼິ້ນໂທລະສັບໃນເວລາເຂົ້າຫ້ອງນ້ຳນັ້ນ ມັນສ່ຽງຕໍ່ການຕິດເຊື້ອ ພະຍາດໄດ້ງ່າຍ ເພາະເຊື້ອພະຍາດຕ່າງໆທີ່ຢູ່ໃນຫ້ອງນ້ຳເຮົາບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້   ທາງທີ່ດີຄວນເຂົ້າ ຫ້ອງນ້ຳ ແລ້ວລ້າງມືໃຫ້ສະອາດຈຶ່ງມາຈັບໂທລະສັບຈະດີທີ່ສຸດ.