ພິທີມອບ-ຮັບລະບົບຄ້າຍກອງບັນຊາການ ແລະ ກັນເຈື່ອນ ປກສ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 2 ກໍລະກົດ 2018 ໂດຍການກ່າວມອບຂອງ ທ່ານ ນາງ ວຽງແກ້ວ ຕາງໜ້າອຳນວຍການບໍລິສັດ ສີບຸນທັນ ຮັບເໝົາ ກໍ່ສ້າງຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ພັອ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີ ພັອ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ ກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງ ພ້ອມດ້ວຍຕາງໜ້າຈາກພະແນກການອ້ອມຂ້າງ ແລະ ພະນັກງານ-ນັກຮົບ ປກສ ເມືອງພູກູດ ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ, ພັທ ແສງອາລຸນ ນັນທະວົງ ຫົວໜ້າຫ້ອງພະລາທິການ ປກສ ແຂວງຊຽງຂວາງ ໄດ້ຕາງໜ້າເຈົ້າຂອງ ໂຄງການໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວລວມມີ 16 ໜ້າວຽກ ໂດຍປະກອບມີຕຶກອາຄານ 2 ຊັ້ນ ຈຳນວນ 2 ຫຼັງ, ເຮືອນຄົວຂອງພະນັກງານ 1 ຫຼັງ, ເຮືອນກັກຂັງຜູ້ຖືກຫາ 1 ຫຼັງ, ເຮືອນຄົວຜູ້ຖືກຫາ 1 ຫຼັງ, ສາງອຸປະໂພກ-ບໍລິໂພກ 2 ຫຼັງ, ປ້ອມຍາມສູງ 1 ຫຼັງ, ປ້ອມຍາມຕ່ຳ 1 ຫຼັງ, ກາລາລົດ 1 ຫຼັງ, ມີກຳແພງ ນອກອ້ອມຄ້າຍຍາວ 415 ແມັດ, ກຳແພງຊັ້ນໃນຫ້ອງຂັງຊົ່ວຄາວ 75 ແມັດ, ມີລະບົບກັນເຈື່ອນຍາວ 151 ແມັດ, ລະບົບໄຟຟ້າ-ນ້ຳບາດານພຽງພໍ, ມີເສັ້ນທາງເບຕົງໃນຄ້າຍ-ຮ່ອງລະບາຍ ແລະ ເດີ່ນຫຍ້າ, ມີເຄື່ອງເຟີນີເຈີປະກອບເຂົ້າໂຄງການຢ່າງຄົບຊຸດ ລວມມູນຄ່າໃນການກໍ່ສ້າງທັງໝົດ 21.180.000.000; ເຊິ່ງໄດ້ເລີ່ມຕົ້ນເຊັນສັນຍາໄລຍະການກໍ່ສ້າງມາແຕ່ວັນທີ 21 ມິນາ 2013, ມາຮອດວັນທີ 14 ກັນຍາ 2017 ໂດຍໃຊ້ເວລາກໍ່ສ້າງທັງໝົດ 54 ເດືອນ ຈຶ່ງສຳເລັດ.

ໂອກາດດຽວກັນນີ້, ພັອ ບຸນລົດ ຄໍາແພງພັນ ແລະ ຕາງໜ້າອຳນວຍການ ບໍລິສັດ ສີບຸນທັນ ກໍ່ສ້າງ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ແລະ ປ່ອຍປຸມເປົ້າ ເພື່ອເປັນສັກຂີພະຍານໃນການເປີດນຳໃຊ້ລະບົບຄ້າຍກອງບັນຊາການ ປກສ ເມືອງພູກູດ ຢ່າງເປັນທາງການ.