ມີລາຍລະອຽດທີ່ຊັດເຈນແລ້ວກ່ຽວກັບເຫດການທີ່ໄວລຸ້ນ ອາຍຸ 24 ປີ ກໍ່ເຫດຂົ່ມຂືນທຳສຳເລົາເດັກຍິງ ອາຍຸ 7 ປີ ກ່ອນໃຊ້ພ້າປາດຄໍຈົນເສຍຊີວິດ ເພື່ອປິດບັງການກະທໍາຜິດ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 6 ກໍລະກົດ2018 ຢູ່ບ້ານ ໃໝ່ສີວິໄລ ເມືອງໂຂງ ແຂວງຈຳປາສັກ, ເຊິ່ງຜູ້ກໍ່ເຫດ   ແລະ ເດັກຜູ້ເຄາະຮ້າຍເປັນຄົນບ້ານດຽວກັນ.

ເຈົ້າໜ້າທີ່ ປກສ  ແຂວງຈຳປາສັກ ເປີດເຜີຍໃນມື້ວານນີ້ (9 ກໍລະກົດ) ວ່າ: ໃນເວລາ 19:00 ໂມງຂອງວັນທີ 6 ກໍລະກົດ 2018 ເຈົ້າໜ້າທີ່ ປກສ ເມືອງໂຂງ ໄດ້ຮັບລາຍງານຈາກ ປກສ ກຸ່ມບ້ານນາກະສັງ ວ່າ ມີເຫດຄາດຕະກຳ ເດັກອາຍຸ 7 ປີ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງເກັບກໍາຂໍ້ມູນ ແລະ ກວດກາສະຖານທີ່ເກີດເຫດ; ພົບເຫັນເດັກນ້ອຍຍິງ ອາຍຸ 7 ປີ ຢູ່ບ້ານໃໝ່ສິວີໄລ ນອນເສຍຊີວິດຢູ່ ໂດຍຖືກຂອງມີຄົມປາດທີ່ຄໍຍາວປະມານ 6 ຊັງຕີແມັດ; ເຮັດໃຫ້ ຫຼອດລົມຂາດ, ສະພາບຕົນຕົວມີຮອຍບາດແຜເລັກນ້ອຍ, ແຂນທັງສອງເບື້ອງຢຽດຊື້, ມືທັງສອງກໍາແໜ້ນ, ຂາ ສອງເບື້ອງງະອອກ, ອະໄວຍະເພດຈີກຂາດ ແລະດ້ານໃນມີນໍ້າອະສຸຈິ.

ເຈົ້າໜ້າທີ່ໄດ້ຂຶ້ນ ແລະ ຂັດຈອນເປົ້າໝາຍຢ່າງລະອຽດຖີ່ຖ້ວນ ແລະ ສາມາດຮູ້ໄດ້ຜູ້ກໍ່ເຫດຄັ້ງນີ້ ຄື ທ້າວ ລົດຕະນາ ອາຍຸ 24 ປີ, ເຊິ່ງຢບ້ານດຽວກັນກັບຜູ້ເສຍຊີວິດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງນໍາກໍາລັງເຂົ້າຈັບຕົວຜູ້ກ່ຽວໃນເວລາ 24:00 ໂມງຂອງໃນວັນດຽວກັນ.

ຜ່ານການສອບສວນ, ທ້າວ ລັດຕະນາ ຮັບສາລະພາບວ່າ: ກ່ອນເກີດເຫດ, ຜູ້ກ່ຽວໄດ້ຜິດຖຽງກັບພໍ່ ແລ້ວອອກ ຈາກເຮືອນໄປອາໄສຢູ່ນຳໝູ່ ຊື່ ທ້າວ ສັນຕິ ຄົນບ້ານດຽວກັນ. ມາວັນທີ 6 ກໍລະກົດ 2018, ໄດ້ຊວນ ທ້າວ ສີແຫຼ້, ເຊິ່ງເປັນອ້າຍຂອງຜູ້ເສຍຊີວິດໄປຕັດໄມ້ໄຜ່ຢູ່ປ່າເຂດບ້ານໃໝ່ສີວິໄລ ເພື່ອເອົາມາປຸກຕູບ. ພໍໄປຮອດດັ່ງກ່າວ,  ທ້າວ ສີແຫຼ້ ໄດ້ຄອບກັບເມືອເຮືອນກ່ອນ. ຜູ້ກ່ຽວຈຶ່ງຕັດໄມ້ຄົນດຽວ. ໃນເວລານັ້ນ, ຜູ້ເສຍຊີວິດກັບໝູ່ອີກ 2 ຄົນ ມາຂໍ ຢືມກັບໄຟ ເພື່ອໄປຈູດໝາກກະໂພກ. ຜູ້ກ່ຽວຈິ່ງໄດ້ຕົວະວ່າ: ບໍ່ມີກັບໄຟ ແຕ່ຈະໄປຢືມນຳທ້າວ ສີແຫຼ້ ໃຫ້ ພ້ອມທັງ ບອກໃຫ້ໝູ່ຂອງຜູ້ຕາຍກັບເຮືອນໄປກ່ອນ.

ຈາກນັ້ນ, ທ້າວ ລັດຕະນາ ໄດ້ພາຜູ້ຕາຍຍ່າງເຂົ້າໄປໃນປ່າເຂດຕັດໄມ້ ແລະ ເກີດອາລົມຢາກຮ່ວມເພດກັບຜູ້ເສຍ ຊີວິດ. ດ້ວຍເຫດນີ້,  ຈຶ່ງລົງມືຂົ່ມຂືນທຳສໍາເລົາທັນທີ່ ຈົນສຳເລັດຄວາມໄຄ່. ໃນຂະນະນັ້ນ, ຜູ້ເສຍຊີວິດໄດ້ຮ້ອງໄຫ້ ແລະ ທ້າວ ລັດຕະນາ ກໍຢ້ານວ່າຜູ້ເສຍຊີວິດຈະໄປບອກພໍ່-ແມ່ ຈຶ່ງໃຊ້ພ້າທີ່ຖືໄປຕັດໄມ້ນັ້ນປາດຄໍ 1 ບາດ ຈົນ ເສຍຊີວິດຄາທີ່. ຈາກນັ້ນ, ກໍຕັດເອົາຟຸ່ມໄມ້ໄປປົກໄວ້ສົບຜູ້ຕາຍໄວ້ ແລ້ວຍ່າງກັບໄປດື່ມເບຍກັບທ້າວ ສີແຫຼ້ (ອ້າຍຂອງຜູ້ຕາຍ) ຢູ່ເຮືອນຂອງ ທ້າວ ສັນຕິ ແບບບໍ່ມີຫຍັງເກີດຂຶ້ນ.