ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (ວັນທີ 20 ມັງກອນ 2019) ທີ່ຈະມາເຖິງໃຫ້ມີບັນຍາກາດເບີກບານມ່ວນຊື່ນ; ໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ປກສ ແຂວງ, ກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 659, ລົງວັນທີ 26 ມິຖຸນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ເລກທີ 1520, ລົງວັນທີ 04 ເມສາ 2018 ວ່າດ້ວຍການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

ເພື່ອໃຫ້ທຸກຄົນຮັບຮູ້ແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອຮັກຊາດ, ນໍ້າໃຈຕໍ່ສູ້ພິລະອາດຫານ, ກໍຄືຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາ, ທັງເປັນການຍູ້ຂະບວນການວຽກງານຮອບດ້ານໃນທົ່ວກອງທັບໃຫ້ຟົດຟື້ນແຂງແຮງ, ສຶກສາອົບຮົມນາຍ ແລະ ພົນທະຫານ ຍົກສູງຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ມີສະຕິລະວັງຕົວກຽມພ້ອມສະກັດກັ້ນ ແລະ ຕອບຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງສັດຕູ ແລະ ພວກຄົນບໍ່ຫວັງດີທີ່ຈະກໍ່ຂຶ້ນ, ເຮັດໃຫ້ການສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ມີເນື້ອໃນເລິກເຊິ່ງ, ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ສືບຕໍ່ປັບປຸງກໍ່ສ້າງກອງທັບ ປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດຕາມທິດທັນສະໄໝປຸກລະດົມທຸກກໍາລັງແຮງສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເປັນຕົ້ນແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມີຜົນສໍາເລັດ.