ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະການອອກບັດປະຈຳຕົວ ແລະ ສຳມະໂນຄົວລາວແບບໃໝ່ຢູ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 3 ກໍລະກົດຜ່ານມານີ້, ໂດຍມີບັນດາຫົວໜ້າ-ຮອງພະແນກ, ຫົວໜ້າຫ້ອງ-ຮອງຫ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ພັທ ລຳພອນ ສີສົມບັດ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ນວ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ວ່າ: ຜ່ານການຈັດຕັ້ງໂຄງການອອກບັດທັນສະໄໝ ແລະ ອອກບັດປະຈຳຕົວແບບໃໝ່ ໂດຍເລີ່ມຕັ້ງແຕ່ວັນທີ 27 ມີນາ 2015 ຈົນເຖິ່ງປະຈຸບັນນີ້ ທົ່ວນະຄອງຫຼວງວຽງຈັນ ສາມາດອອກບັດປະຈຳຕົວທັນສະໄໝໄດ້ທັງໝົດ 102.015 ຄົນ ຍິງ 69.111 ຄົນ, ອອກບັດໃຫ້ຄົນຕ່າງປະເທດມີທັງໝົດ 31 ຄົນ ຍິງ 15 ຄົນ ມີ 4 ສັນຊາດຄື: ຄົນຫວຽດນາມ 23 ຄົນ ຍິງ 5 ຄົນ, ຄົນໄທ 3 ຄົນ, ຄົນຈີນ 2 ຄົນ ແລະ ຄົນຝຣັ່ງ 3 ຄົນ.

ນອກນັ້ນ, ຍັງໄດ້ລົງຕິດຕາມກວດກາຢູ່ກອງບັນຊາການ ປກສ 9 ຕົວເມືອງ ເຫັນວ່າມີຫຼາຍຢ່າງທີ່ຈະຕ້ອງໄດ້ປັບປຸງ ແລະ ແກ້ໄຂ ເພື່ອເຮັດໃຫ້ເປັນເອກະພາບກັນໃນທົ່ວນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການເກັບຄ່າທຳນຽມ, ຄ່າບໍລິການອອກບັດປະຈຳຕົວ ເພື່ອຫຼີກລ້ຽງຫາງສຽງຈົ່ມວ່າຈາກປະຊາຊົນທີ່ມາໃຊ້ບໍລິການແລະ ປັບປຸງອິນເຕີເນັດໃຫ້ມີຄວາມໄວສູງຂຶ້ນກວ່າເກົ່າ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ.

ພົຈວ ຄຳສາຍ ຈັນທະວົງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາວຽກງານດັ່ງກ່າວໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງພົນລະເມືອງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ຖືກຕ້ອງຕາມລະບຽບຫຼັກການວາງອອກ ແລະ ຮັບປະກັນໃຫ້ວຽກງານດັ່ງກ່າວກ້າວເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ.