ວັນທີ 10 ກໍລະກົດຜ່ານມານີ້, ກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການຕຳຫຼວດ ແຂວງເງະອານ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານວິຊາສະເພາະປ້ອງກັນຄວາມສະຫງົບຢູ່ແຂວງຫົວພັນ, ຝ່າຍລາວນຳໂດຍ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພັອ ເລຄາກ ທຽດ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງເງະອານ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການໃນການເຄື່ອນໄຫວຊີ້ນຳ-ນຳພາພະນັກງານເຄື່ອນໄຫວເຮັດວຽກງານວິຊາສະເພາະໄລຍະຜ່ານມາ ໃຫ້ກັນຮັບຊາບ ໂດຍສະເພາະແມ່ນສະພາບຈຸດພິເສດທີ່ຕັ້ງ ແລະ ວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນລຽບຕາມ ສອງຝາກຊາຍແດນ, ພ້ອມທັງຕີລາຄາສະພາບການຕ່າງໆ ແລະ ແລກປ່ຽນບົດຮຽນນໍາກັນ ເຊັ່ນ: ສະພາບການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ, ບັນຫາສາສະໜາ, ເອົາຜົວ-ເມຍບໍ່ຖືກຕ້ອງຕາມກົດໝາຍ, ລັກລອບຕັ້ງພູມລຳເນົາ, ເຂົ້າ-ອອກເມືອງຜິດກົດໝາຍ, ລັກລອບປະກອບອາຊີບຜິດກົດໝາຍ, ລັກລອບຕັດໄມ້ທຳລາຍປ່າ, ລ່າສັດຕ້ອງຫ້າມ, ລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ບັນຫາອື່ນໆ, ເຊິ່ງເປັນການແບ່ງແຍກຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ເພື່ອມີວິທີແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄົ້ນຄວ້າຫາວິທີແກ້ໄຂກົນອຸບາຍຂອງກຸ່ມຄົນ ບໍ່ດີຢູ່ພາຍໃນ ແລະ ຕ່າງປະເທດ, ກົນອຸບາຍການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກທີ່ມີຕໍ່ 2 ປະເທດ ລາວ-ຫວຽດນາມ ກໍຄືແຂວງຫົວພັນ ແລະ ແຂວງເງະອານ, ເພື່ອຊອກຫາວິທີແກ້ໄຂໃຫ້ທ່ວງທັນເວລາ ທັງນັ້ນກໍເພື່ອເຮັດໃຫ້ຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ຈາກນັ້ນ, ສອງຝ່າຍໄດ້ພ້ອມກັນເຊັ່ນບົດບັນທຶກ ເພື່ອສືບຕໍ່ຮ່ວມມືສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ມີປະສິດທິພາບ ໂດຍແມ່ນ ພັທ ອຳພອນ ພັນມະຈັນ ຮອງກອງບັນຊາການ ປກສ ແຂວງຫົວພັນ ແລະ ພັອ ເລຄາກ ທຽດ.

ພ້ອມກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ມອບຂອງຂວັນໃຫ້ເປັນທີ່ລະນຶກເຊິ່ງກັນແລະກັນ ເພື່ອຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງກອງບັນຊາການ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ; ພ້ອມທັງສືບຕໍ່ເຮັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ.