ກອງບັນຊາການ ປກສ ແຂວງຊຽງຂວາງ ຈັດພິທີເປີດຊຸດຝຶກອົບຮົມວຽກງານສະກັດກັ້ນ-ຕ້ານອັກຄີໄພໃຫ້ ກໍາລັງຕໍາຫຼວດ ປກສ ແຂວງຊຽງຂວາງ ໃນວັນທີ 9 ກໍລະກົດຜ່ານມານີ້, ເຂົ້າຮ່ວມໂດຍ ພັທ ວິສອນ ນະວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ-ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງຊຽງຂວາງ, ມີ ພັທ ຄຳເພັດ ສໍສຳພັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີບັນດາຄະນະຫ້ອງ, ຄະນະພະແນກ, ຄູ-ອາຈານມາຈາກກົມຕຳຫຼວດສະກັດກັ້ນ-ຕ້ານອັກຄີໄພ, ແຂກຮັບເຊີນຈາກພະແນກການອ້ອມຂ້າງ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ວິສອນ ນະວົງ ກ່າວວ່າ: ຈຸດປະສົງການເປີດຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດ, ຊຳນິຊຳນານໃນການນຳໃຊ້ອຸປະກອນເຕັກນິກການມອດໄຟໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບຫຼັກການ, ວິທີການນຳໃຊ້ພາຫະນະມອດໄຟໄດ້ຢ່າງຄ່ອງແຄ້ວ ພ້ອມທັງກຽມຄວາມພ້ອມໃນການຮັບໃຊ້ ແລະ ປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາຍໃນທ້າຍປີ 2018 ນີ້ ໃຫ້ມີຄວາມສະຫງົບ-ປອດໄພ; ຮັບປະກັນການເຄື່ອນໄຫວເຮັດວຽກງານວິຊາສະເພາະກໍາເເໜ້ນສະພາບສະກັດກັ້ນ ແລະ ຕ້ານອັກຄີໄພຂອງປະຊາຊົນໄດ້ຢ່າງລະອຽດ; ໃນນີ້, ບັນດານັກສຳມະນາກອນຈະໄດ້ຮຽນຮູ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ແລະ ເຜີຍແຜ່ຍຸດທະສາດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ວຽກງານໂຄສະນາ, ວຽກງານກວດກາຄວາມປອດໄພທາງດ້ານອັກຄີໄພ, ວຽກງານສືບສວນ-ສອບສວນຄະດີອັກຄີໄພ. ຫຼັງຈາກຮຽນພາກທິດສະດີແລ້ວນັກສໍາມະນາກອນຍັງຈະ ໄດ້ລົງປະຕິບັດຕົວຈິງ ໂດຍມີນັກສຳມະນາກອນທັງໝົດ 48 ສະຫາຍ ຍິງ 4 ສະຫາຍ ທີ່ມາຈາກກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ 7 ເມືອງ ແລະ ຈະໃຊ້ເວລາຝຶກອົບຮົມທັງໝົດ 5 ວັນ ຈຶ່ງສໍາເລັດ ( 9-13 ກໍລະກົດ 2018 ).

ໂອກາດດຽວກັນ, ພັທ ຄຳເພັດ ສໍສຳພັນໄຊ ໄດ້ເນັ້ນໜັກໃຫ້ຄູ-ອາຈານເອົາໃຈໃສ່ສິດສອນເນື້ອໃນເອກະສານຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ນັກສໍາມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະເເຈ້ງ; ສຳລັບນັກສໍາມະນາກອນທ່ານໄດ້ເນັ້້ນໃຫ້ທຸກສະຫາຍຈົ່ງພ້ອມກັນຕັ້ງໃຈຮໍ່າຮຽນ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນເອກະສານໃຫ້ເລິກເຊິ່ງ ແລະ ພ້ອມກັນປະຕິບັດໂມງເວລາຂຶ້ນຫ້ອງ-ລົງຫ້ອງຢ່າງເຂັ້ມງວດ ເພື່ອເຮັດໃຫ້ຊຸດຝຶກອົບຮົບດັ່ງກ່າວນີ້ ສໍາເລັດຕາມຄາດໝາຍທີ່ວາງໄວ້.