ເຈົ້າໜ້າທີ່ ປກສ ເມືອງປາກແບງ ແຂວງອຸດົມໄຊ  ໄດ້ ລົງຕັ້ງດ່ານຢູ່ເສັ້ນທາງ ເມືອງປາກແບງ ຫາ ເມືອງຮຸນ ເພື່ອສະກັດຊາຍໄວລຸ້ນ 2 ຄົນ ທີ່ກໍາລັງຂັບຂີ່ລົດຈັກຊ້ອນກັນໄປຂາຍຢາເສບຕິດ ; ໂດຍສາມາດຈັບຕົວໄດ້ 1 ຄົນ ແລະ ຢຶດຢາບ້າໄດ້ ເກືອບ 4.000 ເມັດ ໃນຂະນະທີ່ ຜູ້ຊ້ອນທ້າຍໄດ້ເອົາຕົວຫຼົບໜີ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຢາຊົວວ່າ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານແສນສີ ເມືອງແບງ ແຂວງອຸດົມໄຊ. ໃນວັນທີ 25 ມິຖຸນາ 2018,  ເຈົ້າໜ້າທີ່ໄດ້ຮັບລາຍງານຈາກແຫຼງຂ່າວ, ແຈ້ງໃຫ້ຮູ້ວ່າ  ທ້າວ ຢາຊົວວ່າ ພ້ອມໝູ່ 1 ຄົນ ກໍາລັງອອກເດີນທາງໄປສົ່ງຢາເສບຕິດ ດ້ວຍລົດຈັກ ຍີ່ຫໍ້ ຊູຊຸກິສະແມດ ສີຟ້າດຳ ທະບຽນ ຈຈ 5099ອຸດົມໄຊ; ອອກເດີນທາງ ຈາກເມືອງປາກແບງ ແລະ ມຸ້ງໜ້າໄປເມືອງຮຸນ. ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຈັດກໍາລັງລົງຕັ້ງຈຸດກວດກາຢູ່ເສັ້ນທາງເຂດບ້ານດອນສະອາດ ເມືອງປາກແບງ.

ຮອດເວລາ 20:00 ໂມງຂອງວັນດຽວກັນ,  ຈຶ່ງພົບເຫັນເປົ້າໝາຍຂັບຂີ່ລົດຈັກຊ້ອນກັນມາຕາມເສັ້ນທາງ. ພໍຮອດຈຸດກວດກາ, ຈິງໄດ້ລັດລົດຈັກຂອງພວກກ່ຽວເພື່ອກວດກາ ແຕ່ໃນຂະນະນັ້ນ ຜູ້ຊ້ອນທ້າຍໄດ້ໂດດລົງລົດຈັກໜີໄປ. ເຈົ້າໜ້າທີ່ຈັບໄດ້ຜູ້ຂັບຂີ່ຊື່ ທ້າວ ຢາຊົວວ່າ ແລ້ວກວດຄົ້ນພົບຢາບ້າຈຳນວນ 20 ຖົງ; ເທົ່າກັບ 3.958 ເມັດ; ນໍ້າໜັກ 396,1 ກຣາມ ທີ່ຊຸກເຊື່ອງໄວ້ໃນຖົງເປ້ສີດຳ.

ຫຼັງຈາກ,  ເຈົ້າໜ້າທີ່ ປກສ ເມືອງແບງ ໄດ້ຜູ້ຖືກຫຫາ ພ້ອມຂອງກາງຈໍານວນດັ່ງກ່າວ ໃຫ້ກັບພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ເພື່ອສືບຕໍ່ດຳເນີນຄະດີ.

ເຈົ້າໜ້າ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໃຫ້ຮູ້ອີກວ່າ: ວັນທີ 5 ກໍລະກົດ ​2018, ໄດ້ສົມທົບກັບອໍານາດການປົກຄອງບ້ານ ເຂົ້າກວດຄົ້ນເຮືອນຂອງທ້າວ ມໍວ້າ ອາຍຸ 37 ປີ ປະຊາຊົນ ຢູ່ບ້ານນາແສນຄຳ ເມືອງໄຊ ແຂວງອຸດົມໄຊ; ຜ່ານການກວດຄົ້ນພົບເຫັນຢາເສບຕິດ ປະເພດ ຢາເຮໂຣອິນ 1 ຖົງນ້ອຍ, ນໍ້າໜັກ 2,2 ກຼາມ,ຢາບ້າ 36 ເມັດ, ຢາໄອສ 6 ຫຼອດ ນໍ້າໜັກ 2,7 ກຼາມ ແລະ ຢາຝິ່ນອີກ 1 ຫໍ່ນ້ອຍ;ໜັກ 10 ກຼາມ​.