ລັດວິສາຫະກິດລາວ ບໍລິການ ຄວາມປອດໄພ ( ລປພ ) ກະຊວງ ປກສ ໄດ້ສໍາເລັດການຝຶກອົບຮົມວິຊາສະເພາະໄລຍະສັ້ນວຽກງານຮັກສາຄວາມປອດໄພ ໃນວັນທີ 12 ກໍລະກົດ 2018, ພາຍຫຼັງທີ່ຝຶກອົບຮົມມາແຕ່ວັນທີ 2 ກໍລະກົດຜ່ານມາ; ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ພັອ ດໍາດີ ອ້ວນມະນີວົງ ອໍານວຍການ ລປພ, ຄະນະອໍານວຍການ, ພະນັກງານ ລປພ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ຄໍາເຟື່ອນ ພົມມະຈັກ ຮອງອໍານວຍການ ລປພ ກ່າວວ່າ: ຕະຫຼອດໄລຍະ 9 ວັນຂອງການຝຶກອົບຮົມວິຊາສະເພາະໄລຍະສັ້ນວຽກງານຮັກສາຄວາມປອດໄພ ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 56 ສະຫາຍ.

ໃນນີ້, ນັກສໍາມະນາກອນທຸກສະຫາຍ ແມ່ນໄດ້ເອົາໃຈໃສ່ຕໍ່ລະບຽບວິໄນຂອງການຝຶກອົບຮົມ; ໂດຍສະເພາະການຂຶ້ນຫ້ອງ-ລົງຫ້ອງ ຫຼື ລົງສະໜາມຕົວຈິງແມ່ນປະຕິບັດໄດ້ດີ, ທຸກສະຫາຍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຫັດແອບ, ມີແນວຄິດບຸກບືນຫ້າວຫັນ, ອົດທົນ ແລະ ເຮັດສໍາເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້, ພະນັກງານພາຍໃນ ລປພ ມີຄວາມຖືກຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານບໍລິການຄວາມປອດໄພຮັບປະກັນການປະຕິບັດໜ້າທີ່ຂອງພະນັກງານໄປຕາມລະບຽບ, ຫຼັກການຮັບປະກັນຄຸນນະພາບ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ ພ້ອມທັງເຮັດໃຫ້ພະນັກງານມີຄວາມຮູ້-ຄວາມສາມາດທີ່ແນ່ນອນກາຍເປັນພະນັກງານຫຼັກແຫຼ່ງຂອງ ລປພ ເພື່ອພ້ອມກັນພັດທະນາວິສາຫະກິດໃຫ້ຈະເລີນເຕີບໂຕຢ່າງບໍ່ຢຸດຢັ້ງ.

ພັອ ດໍາດີ ອ້ວນມະນີວົງ ໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ສໍາເລັດການຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອຈິດໃຈຂອງການຝຶກອົບຮົມ ໄປຈັດຕັ້ງຜັນຂະຫຍາຍໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນສູງສຸດ, ພ້ອມກັນປະຕິບັດລະບຽບວິໄນຂອງ ລປພ ຢ່າງເຂັ້ມງວດ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືການບໍລິການຄວາມປອດໄພໃຫ້ກັບລູກຄ້າໃຫ້ມີຜົນສໍາເລັດເປັນກ້າວໆ.