ອາທິດທີ່ຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງ ໄດ້ນໍາສໍານວນຄະດີຄ້າຂາຍຢາເສບຕິດ (ຢາບ້າ), ສະບັບເລກທີ 406/ອຍກ.ນວ, ລົງວັນທີ 9 ພຶດສະພາ 2018, ໂດຍຈໍາເລີຍຊື່ ທ້າວ ວັນນະເລດ ຫຼື ແຫຼ້ ອາຍຸ 31 ປີ; ຖືກຕັດສິນ ໂດຍຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ກີບ.

ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສໍານວນຄະດີໃນຫ້ອງປະຊຸມສານ ວ່າ: ຈໍາເລີຍ (ທ້າວ ວັນນະເລດ) ແມ່ນເລີ່ມເສບຢາບ້າມາແຕ່ປີ 2017, ຢາບ້າທີ່ຊື້ມາເສບໃນແຕ່ລະຄັ້ງແມ່ນຊື້ນໍານາງນ້ອຍ ຈໍານວນຫຼາຍຄັ້ງ ຄັ້ງລະ 10 ເມັດ, ບາງຄັ້ງກໍຊື້ນໍາໄວລຸ້ນຢູ່ຕາມຮ້ານເກມ ເຂດບ້ານຈອມເພັດ ເມືອງສີສັດຕະນາກ ຊື້ຄັ້ງລະ 2-3 ເມັດ. ມາຮອດວັນທີ 30 ກັນຍາ 2017 ຈໍາເລີຍໄດ້ຝາກເງິນນໍານາງນ້ອຍ ຈໍານວນ 2.000 ບາດ ໄປຊື້ຢາບ້າມາໃຫ້ ແລະ ນາງ ນ້ອຍ ກໍເອົາຢາບ້າມາໃຫ້ຈໍາເລີຍ ຈໍານວນ 85 ເມັດ ເມື່ອໄດ້ຢາບ້າມາແລ້ວກໍຂາຍໃຫ້ກັບໄວ້ລຸ້ນມົ້ວສຸມຢາບ້າ ຈໍານວນ 1 ເມັດ ພໍຮອດເວລາປະມານ 15:00 ໂມງຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງຢາບ້າ ຈໍານວນ 84 ເມັດ ໄປດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສັງລວມຂໍ້ມູນຫຼັກຖານ ແລະ ເອກະສານທີ່ປະກອບເຂົ້າໃນສໍານວນຄະດີແລ້ວເຫັນວ່າ: ການກະທໍາຂອງ ທ້າວ ວັນນະເລດ ເປັນການກະທໍາທີ່ຜິດໂດຍເຈຕະນາ ເນື່ອງຈາກວ່າຈໍາເລີຍຈົງໃຈຊື້ຢາບ້າມາໄວ້ໃນຄອບຄອງເພື່ອຂາຍເອົາກໍາໄລແທ້. ດັ່ງນັ້ນ, ຈຶ່ງຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນອິດສະຫຼະພາບ 5 ປີ ແລະ ປັບໃໝ 10.000.000 ກີບ ສ່ວນ ນາງ ນ້ອຍ ທີ່ຈໍາເລີຍໄດ້ຊັດທອດຫາວ່າໄດ້ຊື້ຢາບ້ານໍານັ້ນເຈົ້າໜ້າທີ່ ປກສ ຈະໄດ້ຕິດຕາມຕົວມາສືບສວນ-ສອບສວນຈະໄດ້ມີການດໍາເນີນຄະດີຕາມກົດໝາຍຕໍ່ໄປ.