ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ໄດ້ຈັດພິທີສໍາມະນາດ້ານໂພຊະການການໃຫ້ສື່ມວນຊົນລາວ ຜ່ານສື່ສັງຄົມອອນລາຍ ເພື່ອແນໃສ່ໃຫ້ສື່ມວນຊົນນໍາເອົາວຽກງານດັ່ງກ່າວໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ຮັບຮູ້ຢ່າງກວ້າງຂວາງ.

ພິທີດັ່ງກ່າວ ຈັດຂຶ້ນໃນລະຫວ່າງວັນທີ 17-20 ກໍລະກົດ 2018 ທີ່ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ວົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ມີຊ່ຽວຊານຈາກອົງການຢູນີເຊັບ, ກະຊວງສາທະນະສຸກ, ກະຊວງ ປທສ, ມີບັນດາສື່ມວນຊົນ 11 ພາກສ່ວນ ຈາກສູນກາງ ແລະ 18 ແຂວງ ໃນທົ່ວປະເທດ. ຈຸດປະສົງແມ່ນເນັ້ນໃສ່ໂຄສະນາດ້ານໂພຊະການການທາງສື່ອອນລາຍຜ່ານທາງເພຈ Lao Media ເພື່ອໃຫ້ສັງຄົມຮັບຮູ້ດ້ານໂພຊະການການໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ.

ດຣ ສົມໃຈ ສີຫາປັນຍາ ຮັກສາການຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ເຝົ້າລະວັງ ກະຊວງສາທາລະນະສຸກ ກ່າວວ່າ: ປັດຈຸບັນ, ໃນທົ່ວປະເທດວຽກງານໂພສະນາການອັດຕາສ່ວນຮ້ອຍຂອງເດັກລຸ່ມ 5 ປີ ທີ່ຈະເລີນເຕີບໂຕຊ້າ (ທຽບລວງສູງໃສ່ອາຍຸ) ໄດ້ຫຼຸດລົງຈາກ 44% ໃນການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ 1 ມາເປັນ 35,6% ໃນປີ 2015 ແລະ ຫຼຸດລົງມາເປັນ 33% ໃນປີ 2017, ເຖິງແມ່ນວ່າອັດຕາຈະເລີນເຕີບໂຕຊ້າຈະມີທ່າທີຫຼຸດລົງກໍຕາມ ແຕ່ອັດຕາສ່ວນຮ້ອຍດັ່ງກ່າວຍັງມີຄວາມແຕກຕ່າງກັນຢ່າງຊັດເຈນໃນບັນດາ 18 ແຂວງໃນທົ່ວປະເທດ ອັດຕາຈະເລີນເຕີບໃຫຍ່ຊ້າທີ່ຕໍ່າທີ່ສຸດແມ່ນຢູ່ນະຄອນຫຼວງວຽງຈັນ (13,6%) ແລະ ອັດຕາສູງສຸດທີ່ແຂວງຜົ້ງສາລີ (54%). ໃນລະຫວ່າງ 2015-2017, ອັດຕາສ່ວນຮ້ອຍຂອງເດັກລຸ່ມ 5 ປີ ທີ່ມີພາວະຈ່ອຍຜອມ ຫຼື ຂາດສານອາຫານຢ່າງຮຸນແຮງ (ມີນໍ້າໝັກຕໍ່າເມື່ອທຽບໃສ່ລວງສູງ) ຈາກ 9,6% ຫຼຸດລົງມາເປັນ 9%.

ຢ່າງໃດກໍຕາມ, ຖ້າຫາກວ່າເດັກຂາດໂພຊະນາການ ຈະເຮັດໃຫ້ການຈະເລີນເຕີບໂຕຂອງເດັກຊ້າ, ຈ່ອຍຜອມ, ຜິວຈະຫ່ຽວ, ໜ້າຕາຫງ່ວມເຫງົາ, ຄວາມສູງບໍ່ໄດ້ມາດຕະຖານ, ພູມຕ້ານທານຕໍ່າ (ມັກເຈັບ) ແລະ ບໍ່ມ່ວນບໍ່ມ່ວນຊື່ນ… ເມື່ອມາທຽບກັບເດັກທີ່ໄດ້ຮັບໂພສະນາການຢ່າງສະໝໍ່າສະເໜີຈະມີຄວາມແຕກຕ່າງກັນ. ສະນັ້ນ, ໃນວິທີປ້ອງກັນຕ້ອງຕິດຕາມແຕ່ເລີ່ມຕັ້ງຄັນເຖິງ 2 ປີ, ຖ້າເກີນກວ່ານັ້ນ ຈະແກ້ໄຂບໍ່ໄດ້.