ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ຂຶ້ນໃນວັນທີ 17 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນໍາໂດຍ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ຝ່າຍຫວຽດນາມນໍາໂດຍ ພົຈວ ຫງຽນ ຫງ໋ອກ ຕວັນ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມດ້ວຍຄະນະຜູ້ແທນທັງສອງກົມເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ທັງສອງກົມຈະໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນນໍາກັນ ເພື່ອຊອກຫາວິທີທາງຮ່ວມມື ແລະ ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ການສັນຈອນແອອັດໃນຕົວເມືອງ; ນອກຈາກນີ້, ຍັງມີການປຶກສາຫາລືກັນກ່ຽວກັບການດໍາເນີນອຸບັດຕິເຫດທາງລົດໄຟ, ທາງນໍ້າ ແລະ ອຸບັດຕິເຫດທາງອາກາດ, ວຽກງານງານທາງຫຼວງ, ການຄຸ້ມຄອງພາຫະນະ, ວຽກງານໂຄສະນາ, ຂອດການປະຕິບັດໜ້າທີ່ລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ, ມາດຕະການໃນການປັບໃໝຕໍ່ຜູ້ລະເມີດກົດລະບຽບການສັນຈອນ, ການຍ້ອງຍໍເລື່ອນຊັ້ນ, ເລື່ອນຕໍາແໜ່ງ, ການຍົກຍ້າຍ ແລະອື່ນໆ.

ໂອກາດດຽວກັນ, ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານຂອງກົມຕໍາຫຼວດ ສປປ ລາວ ໂດຍຍົກໃຫ້ຮູ້ວ່າ: ສປປ ລາວ ມີເສັ້ນທາງບົກຍາວ 51.597,03 ກິໂລແມັດ, ໃນປີ 2017 ທົ່ວປະເທດມີພາຫະນະທັງໝົດ 1.979.007 ຄັນ, ສະເລ່ຍອັດຕາເພີ່ມຂຶ້ນຂອງພາຫະນະ 20% ຕໍ່ປີ. ຈາກສະພາບລົດເພີ່ມຂຶ້ນຍັງມີນັກຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນຈໍານວນບໍ່ໜ້ອຍ ບວກກັບການບັງຂັບໃຊ້ກົດໝາຍບໍ່ເຂັ້ມງວດ ເຮັດໃຫເກີດອຸບັດຕິເຫດຕາມມາ ເຊິ່ງສະແດງອອກໃນປີ 2017 ຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 5.868 ຄັ້ງ, ພາຫະນະເປເພທັງໝົດ 10.739 ຄົນ, ຄົນໄດ້ຮັບບາດເຈັບ 9.640 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 1.053 ຄົນ ລວມມູນຄ່າເສຍຫາຍທັງໝົດ 91.473.333.100 ກີບ ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດຕິເຫດແມ່ນ ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ, ປ່ຽນທິດທາງບໍ່ຮັບປະກັນຄວາມປອດໄພ ແລະອື່ນໆ.

ພ້ອມດຽວກັນນີ້, ຝ່າຍ ສສ ຫວຽດນາມ ກໍໄດ້ຂຶ້ນລາຍງານສະພາບ ໂດຍຍົກໃຫ້ຮູ້ວ່າ: ໃນແຕ່ລະປີຢູ່ ສສ ຫວຽດນາມ ມີລົດເພີ່ມຂຶ້ນ 360.000 ຄັນຕໍ່ປີ ເຮັດທ້ອງຖະໜົນຢູ່ຕາມຕົວເມືອງຮ່າໂນຍ, ໂຮຈິມິນ ແລະອື່ນໆ ຄັບຄາໜ້າແໜ້ນ ຍິ່ງໄປກວ່ານັ້ນຍັງມີອຸບັດຕິເຫດເກີດເປັນຈໍານວນຫຼາຍ ສະແດງອອກໃນປີ 2017 ມີອຸບັດຕິເຫດເກີດຂຶ້ນ 20.061 ຄັ້ງ, ຄົນໄດ້ຮັບບາດເຈັບ 17.636 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 8.267 ຄົນ ທຽບໃສ່ປີຜ່ານມາຜູ້ເສຍຊີວິດຫຼຸດລົງ 374 ຄົນ ລວມມູນຄ່າເສຍຫຼາຍເປັນຈໍານວນຫຼວງຫຼາຍ, ສາເຫດທີ່ພາໃຫ້ອຸບັດຕິເຫດ ແລະ ຜູ້ເສຍຊີວິດຫຼຸດລົງຍ້ອນລັດຖະບານ ສສ ຫວຽດນາມ ໃຫ້ຄວາມສໍາຄັນກ່ຽວກັບບັນຫາດັ່ງກ່າວນີ້ ໂດຍສະໜອງງົບປະມານ ແລະ ວັດຖຸອຸປະກອນທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຈົນສາມາດເຮັດໃຫ້ບັນຫາດັ່ງກ່າວຫຼຸດໜ້ອຍຖອຍລົງຕາມລະດັບຄາດໝາຍ.