ທ້າວ ຈິດດໍາລົງ ຫຼື ແຫຼ້ ອາຍຸ 32 ປີ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຜູ້ທີ່ຕົກເປັນທາດຂອງຢາເສບຕິດມາຫຼາຍປີ ກ່ອນຖືກໝູ່ຊັກຊວນໃຫ້ໄປຂາຍຍ່ອຍຢາບ້າເພື່ອເອົາກໍາໄລສ່ວນເກີນໄວ້ເສບ ຈິ່ງຖືກເຈົ້າໜ້າທີ່ກັກຕົນໃນວັນທີ 5 ມິຖຸນາ 2018 ພ້ອມກັບຂອງກາງຢາບ້າ 4.314 ເມັດ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ໃນຕົ້ນປີ 2018 ອໍານາດການປົກຄອງບ້ານຄໍາສະຫວາດ ເມືອງໄຊເສດຖາ ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຊ່ວຍແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ ໂດຍສະເພາະແມ່ນບັນຫາຢາເສບຕິດ. ຈາກນັ້ນ, ຈິ່ງໄດ້ສົມທົບກັບອໍານາດການປົຄອງບ້ານ ເພື່ອຂຶ້ນບັນຊີ້ຕິດຕາມເປົາໝາຍຜູ້ທີ່ຄ້າຂາຍ. ຜ່ານການຕິດຕາມເຫັນໄດ້ໄລຍະໜຶ່ງ ຈິ່ງຮູ້ວ່າຜູ້ທີ່ຊື້ຂາຍຢາບ້າໃຫ້ໄວລຸ້ນພາຍໃນບ້ານແມ່ນ ທ້າວ ຈິດດໍາລົງ. ມາຮອດວັນທີ 5 ກໍລະກົດ 2018, ໄດ້ສືບຮູ້ວ່າ ຜູ້ກ່ຽວເອົາຢາບ້າໄປໄວ້ຢູ່ເຮືອນ ເພື່ອລໍຖ້າເອົາອອກຈໍາໜ່າຍ; ຈິ່ງສົມທົບກັບ ປກສ ກຸ່ມບ້ານເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ແລະ ພົບເຫັນຂອງກາງຢາບ້າ 4.314 ເມັດ.

ຜ່ານການສອບສວນ, ທ້າວ ຈິດດໍາລົງ ສາລະພາບວ່າ ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາຕັ້ງແຕ່ປີ 2010, ເຊິ່ງຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວ້ລຸ່ມມົ້ວສຸມຢາເສບຕິດຢູ່ຕາມຮ້ານເກມເຂດບ້ານທາດຫຼວງ ແລະ ບ້ານໂນນສະຫວ່າງ ເມືອງໄຊເສດຖາ.

ຕົກມາປີ 2017, ຈິ່ງເຄື່ອນໄຫວຮັບຂາຍຢາບ້າໃຫ້ກັບ ທ້າວ ເລ້ ຢູ່ເຂດບ້ານໂນນຄໍ້ໃຕ້ ໂດຍຈະນໍາເອົາຢາບ້າໄປສົ່ງໃຫ້ໄວລຸ້ນຢູ່ຕາມຮ້ານເກມຕ່າງໆ ໂດຍໄດ້ຮັບຄ່າຈ້າງເປັນຢາເສບຕິດ ຄັ້ງລະ 4-5 ເມັດ. ໃນທ້າຍປີ 2017, ໄດ້ປ່ຽນມາຮັບສົ່ງຢາເສບຕິດໃຫ້ກັບ ນາງ ເປ້ ຢູ່ເຂດບ້ານໂພນສີນວນ ເມືອງສີສັດຕະນາກ ໂດຍຈະໄດ້ຮັບຄ່າຈ້າງເປັນຢາບ້າຄັ້ງລະ 10-20 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວ, ກໍນໍາມາເສບຈໍານວນໜຶ່ງ ແລະ ແບ່ງຂາຍຈໍານວນໜຶ່ງ. ເມືອເຫັນວ່າໄດ້ເງິນດີ, ຈຶ່ງໄດ້ມາຮັບເອົາຢາບ້າມາຂາຍຕໍ່ ໂດຍຮັບຈາກ ທ້າວ ພົມມະລິດ ຫຼື ບີ້ ບໍ່ຊາບບ້ານ ຈໍານວນຫຼາຍຄັ້ງ, ຄັ້ງລະ 2.000 ເມັດ; ແລ້ວນໍາມາເສບຈໍານວນໜຶ່ງ. ສ່ວນທີ່ເຫຼືອກໍນໍາໄປຂາຍໃຫ້ກັບໄວລຸ້ນມົ້ວສຸມຢາເສບຕິດຕາມຮ້ານເກມຕ່າງໆ.

ໃນວັນທີ 5 ກໍລະກົດ 2018, ເວລາປະມານ 12:00 ໂມງ, ທ້າວ ຈິດດໍາລົງ ໄດ້ໄປຊື້ຢາບ້ານໍາທ້າວ ພົມມະລິດ ຈໍານວນ 2 ຖົງ, ເທົ່າກັບ 4.000 ເມັດ. ຈາກນັ້ນ, ໄດ້ນໍາຢາບ້າຈໍານວນ 314 ເມັດ ທີ່ເຫຼື່ອຈາກຄັ້ງກ່ອນມາລວມກັນເປັນ 4.314 ເມັດ ມາຊຸກເຊື່ອງໄວເຮືອນ. ຮອດເວລາປະມານ 16:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ເຂົ້າມາກວດຄົ້ນເຮືອນ ຈຶ່ງພົບເຫັນຢາບ້າຈໍານວນດັ່ງກ່າວ ແລະ ໄດ້ຈັບກັກຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.