ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດນະໂຍບາຍພະນັກງານອາວຸໂສເຂົ້າຮັບເບ້ຍບຳນານ ໃນວັນທີ 16 ກໍລະກົດ 2018; ໂດຍການເຂົ້າຮ່ວມຂອງ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ພັັອ ຄຳພົນສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ພັທ ເກໄຊ ລໍວັນຮຽນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດ ປກສ ແຂວງສະຫວັນນະເຂດ ທີ່ຮອດອາຍຸກະສຽນຕາມຂໍ້ກຳນົດຂອງ ກະຊວງ ປກສ ວາງອອກ ພັກການເພື່ອຮັບອຸດໜູນບຳນານ. ໃນນີ້, ມີພະນັກງານເຂົ້າຮັບບຳນານທັງໜົດ 24 ສະຫາຍ ຍິງ 1 ສະຫາຍ.

ນອກນັ້ນ, ຍັງໄດ້ປະກາດໂຍກຍ້າຍນາຍຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ໂດຍໄດ້ໂຍກຍ້າຍ ພັທ ທອງຂຽວ ທໍາມະວົງ ຮອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ກົມໃຫຍ່ສັນຕິບານ ກະຊວງ ປກສ.

ໃນໂອກາດນີີ້, ພົຈວ ອາລູ ວາລີຊື ໄດ້ມອບເງິນອຸດໜູນໃຫ້ພະນັກງານເຂົ້າຮັບເບ້ຍບຳນານ ພ້ອມທັງກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ.

ຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮັບບຳນານເປັນເຈົ້າການຊ່ວຍເຫຼືອປະກອບສ່ວນໃນການປຸກລະດົມພໍ່ແມ່ປະຊາຊົນໃຫ້ມີສ່ວນຮ່ວມໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ, ກຸ່ມບ້ານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຕໍ່ໄປ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີເປັນເອກະພາບ ແລະ ຮັບປະກັນເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.