ກຳມະບານຮາກຖານ ພະແນກ ພບ ແຂວງອຸດົມໄຊ

ກຳມະບານຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ (ພບ) ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໃນວັນທີ 13 ກໍລະກົດ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ໄຊພອນ ຖົມປະດິດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ຫຸມແພງ ມິ່ງບຸບຜາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ, ມີປະທານຄະນະສະຫະພັນກຳມະບານຮາກຖານ, ແຂກຮັບເຊີນ ຕະຫຼອດຮອດສະມາຊິກສະຫະພັນກຳມະບານ ເຂົ້າຮ່ວມ.

ເຂົ້າຮ່ວມໂດຍ ທ່ານ ໄຊພອນ ຖົມປະດິດ ແລະ ທ່ານ ຫຸມແພງ ມິ່ງບຸບຜາ

ທ່ານ ທອງເພັດ ເພັດສຸພາພອນ ປະທານກຳມະບານຮາກຖານ ພບ ແຂວງອຸດົມໄຊ ໄດ້ຂຶ້ນຜ່ານ ບົດລາຍງານຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2017 ວ່າ:

ໃນ 1 ປີຜ່ານມາ, ຄະນະສະຫະພັນກຳມະບານຮາກຖານພະແນກ ພບ ແຂວງອຸດົມໄຊ ເວລາໃດກໍຍົກສູງວຽກງານດ້ານການເມືອງ-ແນວຄິດເປັນບັນຫາສຳຄັນ ຕິດພັນກັບໜ້າທີ່ວິຊາສະເພາະ ແລະ ອົງການຈັດຕັ້ງມະຫາຊົນໃຫ້ມີແນວຄິດຫຼັກໝັ້ນ, ໜັກແໜ້ນ, ເຂັ້ມແຂງສະເໝີຕົ້ນສະເໝີປາຍ ຈົນສາມາດຍາດໄດ້ຜົນງານ ແລະ ມູນເຊື້ອອັນດີງາມໃນຫຼາຍດ້ານ ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຂອງຂັ້ນເທິງ ແລະ ອົງການຈັດຕັ້ງມອບໝາຍສຳເລັດຜົນ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສະຫະພັນກຳມະບານລາວ ຄາດໝາຍໄວ້ໄດ້ເປັນຢ່າງດີ.

ຮັບໃບຢັ້ງຢືນ 5 ເປັນເຈົ້າ

ກຳມະບານຮາກຖານພະແນກ ພບ ແຂວງອຸດົມໄຊ ມີສະມາຊິກກຳມະບານ ທັງໝົດ 31 ສະຫາຍ ຍິງ 9 ສະຫາຍ, ໃນປີ 2017 ຜ່ານມາ, ສາມາດຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໄດ້ ຄື:

ການໂຄສະນາສຶກສາອົບຮົມການເມືອງ-ແນວຄິດບັນລຸໄດ້ 90,05%, ປັບປຸງແບບແຜນການນຳພາຂະຫຍາຍການຈັດຕັ້ງບັນລຸໄດ້ 90%, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງານໄດ້ 89,94%, ຮ່ວມຕິດຕາມ, ກວດກາ, ຄຸ້ມຄອງລັດ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ 89,96% ແລະ ເປັນເຈົ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດບັນລຸໄດ້ 90,13% ແລະ ທິດທາງແຜນການປະຈຳປີ 2018 ກໍຄືແຜນການສືບຕໍ່ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ປະກົດຜົນເປັນຈິງຕື່ມອີກ.

ພິທີມອບ-ຮັບໃບຢັ້ງຢືນ

ໃນພິທີ, ທ່ານ ພອນຄຳ ວອນມະນີ ຮອງປະທານກຳມະບານຮາກຖານ ພບ ໄດ້ຜ່ານຂໍ້ຕົກລົງຂອງປະທານສະຫະພັນກຳມະບານແຂວງ ສະບັບເລກທີ 487 ແລະ 488/ສກຂ.ອຊ ລົງວັນທີ 4 ກໍລະກົດ 2018 ວ່າດ້ວຍ ການມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຄັ້ງທີ II ປະຈໍາປີ 2017

ພິທີມອບ-ຮັບໃບຢັ້ງຢືນ ໃນວັນທີ 13 ກໍລະກົດ 2018

ແລະ ຍ້ອງຍໍສະມາຊິກກຳມະບານຜູ້ທີ່ມີຜົນງານດີເດັ່ນປະຈຳປີ ແລະ ຜ່ານຂໍ້ຕົກລົງສະບັບເລກທີ 0720/ ໜພ.ພບ ລົງວັນທີ 27ມິຖຸນາ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນຳຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງ ກຳມະບານຂັ້ນຮາກຖານ ຈຳນວນ 5 ສະຫາຍ ຍິງ 1, ຄະນະກວດກາ, ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນ 5 ເປັນເຈົ້າ ຈຳນວນ 4 ສະຫາຍ ຍິງ 1 ສະຫາຍ ແລະ ຄະນະທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ໄດ້ຈັບມື ເພື່ອພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃຫ້ປະກົດຜົນເປັນຈິງ ແລະ ດີຂຶ້ນກວ່າເກົ່າ.