ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018; ໃນວັນທີ 11 ກໍລະກົດ 2018; ໂດຍການເປັນປະທານຂອງ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ; ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າພະແນກກອງກໍ່ ສ້າງຮາກຖານ 917, ປກສ ກຸ່ມບ້ານ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້່າຮ່ວມ.

ພັຕ ເນັ່ງ ສຸກວົງສັກ ຫົວໜ້າພະແນກຫ້ອງການກອງບັນຊາການ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ; ກອງ ບັນຊາການ ປກສ ເມືອງສິງ ໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນຢ່າງເນື່ອງນິດລຽນຕິດ; ໃນນີ້, ວຽກງານສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກຳ ມີຄະດີ ເກີດຂຶ້ນທັງໝົດ 73 ເລື່ອງ, ຜູ້ຖືກຫາ 107 ຄົນ, ຄະດີເສດຖະກິດອາຍາ ຈຳນວນ 27 ເລື່ອງ, ຜູ້ຖືກຫາ 39 ຄົນ ຍິງ 3 ຄົນ, ຄະດີຢາເສບຕິດເກີດຂຶ້ນ 46 ເລື່ອງ, ຜູ້ຖືກຫາ 68 ຄົນ ຍິງ 15 ຄົນ, ສາມາດຍຶດຂອງກາງຢາບ້າ ໄດ້ຈຳນວນ 7 ແພັກ, 1 ມັດ ແລະ 2.085 ເມັດ, ຝິ່ນ 1.250 ກຼາມ, ວຽກງານປ້ອງກັນສະກັດກັ້ນແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ ແລະ ຕ້ານອັກຄີໄພ ມີຄະດີອຸບັດຕິເຫດ ເກີດຂຶ້ນທັງໝົດ 24 ເລື່ອງ, ພາຫະນະເປ່ເພທັງໝົດ 36 ຄັນ, ລົດຕ່າງປະເທດ 2 ຄັນ, ມີຜູ້ໄດ້ຮັບບາດເຈັບ 45 ຄົນ, ເສຍຊີວິດ 2 ຄົນ, ມູນຄ່າເສຍຫາຍທັງໝົດ ປະມານ 139 ລ້ານກວ່າກີບ, ອັກ ຄີໄພເກີດຂື້ນ 6 ຄັ້ງ ມູນຄ່າເສຍຫາຍ ປະມານ 271 ລ້ານກວ່າກີບ.

ພັທ ສົມສັກ ສີປະເສີດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ- ຄະນະບັນຊາ ເອົາໃຈໃສ່ເຮັດໜ້າທີ່ການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນຢ່າງເປັນປົກກະຕິ, ຕໍ່ ເນື່ອງ, ເພີ່ມທະວີເອົາໃຈໃສ່ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ພໍ່-ແມ່ປະຊາຊົນໃນການຊ່ວຍເປັນຫູ ເປັນຕາໃຫ້ເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທຸກປະເພດ ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາເມືອງສິງ ກໍຄືແຂວງຫຼວງນ້ຳທາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບໂດຍພື້ນຖານ.