ເປົ້າໝາຍ 2 ຄົນທີ່ກໍາລັງເຄື່ອນໄຫວຊື້ຊາຍຢາເສບຕິດຢູ່ບ້ານໃຜ່ ເມືອງຈໍາພອນ ແຂວງສະຫວັນະເຂດ ຖືກພະແນກຕໍາຫຼວດສະກັດກັ້ນແລະຕ້ານຢາເສບຕິດ ປກສ ແຂວງ ຈັບຕົວໄດ້ໃນວັນທີ 11 ກໍລະກົດ 2018;  ພ້ອມຂອງກາງຢາບ້າຈໍານວນ 11.000 ກວ່າເມັດ.

ຜູ້ຖືກຫາທັງສອງຄົນ ຄື ທ້າວ ສິດ ອາຍຸ 48 ປີ  ແລະ ທ້າວ ຄຳພາ ອາຍຸ 36 ປີ ທັງສອງຄົນຢູ່ບ້ານໃຜ່ ເມືອງຈໍາພອນ ແຂວງສະຫວັນນະເຂດ.

ເຈົ້າໜ້າທີ່ກ່າວວ່າ ຊາຍສອງຄົນດັ່ງກ່າວເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາໄດ້ໄລຍະໜຶ່ງແລ້ວ. ພາຍຫຼັງໄດ້ຮັບແຈ້ງຈາກແຫຼ່ງຂ່າວວ່າ ພວກກ່ຽວໄດ້ຮັບຢາບ້າມາຈາກຜູ້ຮ່ວມຂະບວນການນໍາກັນ ເພື່ອໄວ້ອອກຈໍາໜ່າຍ. ເຈົ້າໜ້ທີ່ຈິ່ງສົມທົບກັບອໍານາດການປົກຄອງບ້ານ ເຂົ້າກວດຄົ້ນພົບເຮືອນຂອງພວກກ່ຽວ; ພົບເຫັນຢາບ້າຈໍານວນ 5 ມັດ ກັບ 1.010 ເມັດ; ລວມທັງໝົດ 11.010 ເມັດ. ດັ່ງນັ້ນ, ຈຶ່ງໄດ້ຈັບຕົວພວກ ພ້ອມທັງຢຶດຢາບ້າດັ່ງກ່າວ ແລະ ໂທລະສັບ 2 ໜ່ວຍມາດໍາເນີນຄະດີ.

ຜູ້ຖືກຫາ ເວົ້າວ່າ:  ໄດ້ຊື້ຢາບ້າຈໍານວນດັ່ງກ່າວມາໄວ້ ເພື່ອກຽມເອົາອອກໄປຂາຍໃຫ້ໄວລຸ້ນພາຍໃນບ້ານທີ່ຕ້ອງການຊື້ໄປເສບ.. ໃນຂະນະທີ່ກໍາລັງແບ່ງປັນຢາບ້າໃຫ້ກັນນັ້ນ ໄດ້ມີເຈົ້າໜ້າທີ່ເຂົ້າຈັບຕົວກ່ອນ.