ມື້ວານນີ້ (17 ກໍລະກົດ 2018), ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 63 ປີ ແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະເວລາ 63 ປີ ( ວັນທີ 20 ກໍລະກົດ 1955-20 ກໍລະກົດ 2018).

ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພ້ອມດ້ວຍແຂກຮັບເຊີນ ຕະຫຼອດຮອດສະມາຊິກແມ່ຍິງທົ່ວ ກະຊວງ ປກສ ເຂົ້າຮ່ວມ.

ພັອ ນາງ ວັດຊະລີ ສິດທິລືໄຊ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ໄດ້ປາຖະກະຖາມູນເຊື້ອອັນສະຫງ່າລາສີຂອງແມ່ຍິງລາວທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ, ຄຽງບ່າຄຽງໄຫຼ່ກັບເພດຊາຍໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດລາວ.

ອົງການຈັດຕັ້ງສະຫະພັນແມ່ຍິງລາວ ມີຈຸດເລີ່ມຕົ້ນ ພ້ອມກັບບັນດາອົງການຈັດຕັ້ງຮາກຖານຂອງການປະຕິວັດ ໂດຍໄດ້ຈັດຕັ້ງໜ່ວຍແມ່ນັກຮົບ, ເອື້ອຍນັກຮົບ. ການຈັດຕັ້ງໜ່ວຍແມ່ນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕາມຕົວເມືອງ ໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ.

ມາຮອດວັນທີ 20 ກໍລະກົດ 1955, ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຊຶ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງ ສຍລ ໃນປັດຈຸບັນ ແລະ ໄດ້ແຕ່ງຕັ້ງຄະນະ ປະກອບມີ: ທ່ານ ປ້າ ຄຳຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ປ້າ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ປ້າ ຄຳແພງ ບຸບຜາ ເປັນກຳມະການ ເພື່ອນຳພາຂະບວນການແມ່ຍິງທົ່ວປະເທດ ຊຶ່ງເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນລະບຽບຂອງຕົນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມແຕ່ລະໄລຍະ.

ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ, ແມ່ຍິງລາວບັນດາເຜົ່າ ກໍຄືສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການແມ່ຍິງທົ່ວປະເທດ, ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະ ດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ, ພ້ອມທັງເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນກຳລັງແຮງສຳຄັນໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປະຕິບັດວຽກງານອື່ນໆດ້ວຍຄວາມຮັບຜິດຊອບສູງ.

ພ້ອມນັ້ນ, ຍັງໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນການຕໍ່ສູ້ກັບສັດຕູ ຕີເອົາຊະນະຈັກກະພັດຜູ້ຮຸກຮານ ນັບເປັນເວລາຫຼາຍສິບປີ, ມີແມ່ຍິງໄດ້ເປັນວິລະຊົນແຫ່ງຊາດ ຈຳນວນ 22 ທ່ານ ແລະ ເປັນນັກຮົບແຂ່ງຂັນທົ່ວປະເທດ ຈຳນວນ 24 ທ່ານ, ການອຸທິດອັນໃຫຍ່ຫຼວງຂອງແມ່ຍິງບັນດາເຜົ່າ ໄດ້ເຮັດໃຫ້ກຳລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນການປະກອບສ່ວນເຂົ້າໃນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.