ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມທ້ອງຖະໜົນ ຢູ່ນະຄອນຫຼວງວຽງຈັນ ນອກຈາກອຸບັດຕິເຫດແລ້ວ ຍັງມີບັນດາໄວລຸ້ນ ໄວຄະນອງຈໍານວນໜຶ່ງ ຕັ້ງກຸ່ມແກ້ງຂັບຂີ່ລົດຈັກກວນເມືອງ, ຂັບຂີ່ລົດດັດແປງສະພາບເຕັກນິກ,  ໃຊ້ສຽງເນືອງນັນ, ຂັບລົດເປັນພຶງເປັນແພ, ເຊິ່ງກໍ່ໃຫ້ເກີດສຽງເນື່ອງນັນລົບກວນປະຊາຊົນທີ່ອາໄສຢູ່ໃກ້ແຄມທາງໃນຢາມຫຼັບນອນ. ນອກນີ້, ຍັງມີຄວາມສ່ຽງໃນການເກີດອຸບັດຕິເຫດ ເຊິ່ງນໍາໄປສູ່ການບາດເຈັບ ແລະ ເສຍຊີວິດນໍາອີກ.

ຕໍ່ກັບບັນຫາດັ່ງກ່າວ, ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ແກ້ໄຂຢ່າງຈິ່ງຈັງ ໂດຍຈັດຕັ້ງກໍາລັງວິຊາສະເພາະອອກເຄື່ອນໄຫວລາດຕະເວນຕາມເສັ້ນທາງສາຍຫຼັກ ແລະ ບັນດາຈຸດຫຼໍ່ແຫຼມ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 6 ເດືອນຕົ້ນປີ 2018,  ເຈົ້າໜ້າທີ່ ສາມາດສະກັດຈັບກຸ່ມແກ້ງຂັບຂີ່ລົດກວນເມືອງໄດ້ 300 ກວ່າຄົນ ແລະ ກັກລົດຈັກໄດ້ 369 ຄັນ.

ພັທ ອິນກອງ ລິດາພອນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມານີ້, ເຈົ້າໜ້າທີ່ພວກເຮົາ ໄດ້ສຸມໃສ່ວຽກງານວິຊາສະເພາະ ກໍຄືເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນ: ບັນດາກຸ່ມແກ້ງຂີ່ລົດແຂ່ງຂັນກັນ, ຂັບຂີ່ລົດດັດແປງສະພາບເຕັກນິກ, ຂີ່ລົດກວນເມືອງ, ໃຊ້ສຽງເນືອງນັນ, ຂັບລົດເປັນພຶງເປັນແພ, ລົດບໍ່ມີປ້າຍ-ປ້າຍບໍ່ຖືກຕ້ອງ ຕາມເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ສາມາດສະກັດຈັບຜູ້ລ່ວງລະເມີດໄດ້ທັງໝົດ 321 ຄົນ ຍິງ 51 ຄົນ. ສ່ວນຫຼາຍເປັນໄວລຸ້ນໄວຄະນອງ ມີອາຍຸລະຫວ່າງ 14-18 ປີ, ສາມາດກັກລົດໄດ້ທັງໝົດ 369 ຄັນ; ລວມມີລົດໃຫຍ່ 4 ຄັນ. ໃນນີ້, ໄດ້ແກ້ໄຂໄປແລ້ວ 275 ຄັນ; ເປັນລົດໃຫຍ່ 2 ຄັນ, ລົດຢູ່ໃນກຸ່ມແກ້ງກວນເມືອງ 114 ຄັນ, ບໍ່ຖືເອກະສານ 31 ຄັນ.

ປັດຈຸບັນ, ລົດທີ່ຍັງຄ້າງຢູ່ສາງບໍ່ທັນໄດ້ຮັບການແກ້ໄຂມີທັງໝົດ 69 ຄັນ ເຊິ່ງລົດຈັກຈໍານວນດັ່ງກ່າວແມ່ນບໍ່ທັນມີເຈົ້າຂອງມາພົວພັນເອົາ. ໃນນີ້, ລວມມີລົດຈັກຄວາມແຮງເກີນ 250 CC, ລົດດັດແປງສະພາບ, ແລະ ບໍ່ມີເອກະສານ..

ນອກຈາກການແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງແລ້ວ, ກອງພັນປ້ອງກັນເຄື່ອນທີ່ຍັງໄດ້ແກ້ໄຂບັນດາປະກົດການຫຍໍ້ທໍ່ອື່ນໆອີກ ເຊັ່ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ລັກຊັບ ເຊິ່ງສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 23 ຄົນ ຍິງ 1 ຄົນ; ຢຶດຂອງກາງປະເພດຢາບ້າໄດ້ 1.699 ເມັດ, ຢາໄອ 4 ຖົງ, ປືນສັ້ນ 1 ກະບອກ, ກະແຈໂຕເຕ 3 ຊຸດ, ໂທລະສັບມືຖື 6 ໜ່ວຍ, ລົດຈັກ 25 ຄັນ, ເງິນ 135.000 ກີບ.

ພັທ ອິນກອງ ລິດາພອນ ກ່າວວ່າ: ໃນຕໍ່ໜ້ານີ້, ຈະສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພີ່ມທະວີອອກກວດກາສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະພາະບັນດາກຸ່ມແກ້ງຂີ່ລົດແຂ່ງຂັນກັນ, ຂີ່ລົດກວນເມືອງ, ໃຊ້ສຽງເນືອງນັນ ແລະ ພວກເປົ້າໝາຍກໍ່ອາຊະຍາກໍາຕ່າງໆ. ຂະນະດຽວກັນ, ສະຖາບັນຄອບຄົວ ກໍຕ້ອງຊ່ວຍກັນຕິດຕາມລູກຫຼານຂອງຕົນຢ່າງໄກ້ຊິດ, ໝັ່ນສຶກສາອົບຮົມບົມສອນບໍ່ໃຫ້ເຂົາເຈົ້າເຂົ້າຮ່ວມກຸ່ມແກ້ງຂີ່ລົດກວນເມືອງ ແລະ ການກະທໍາຜິດອື່ນໆ ເພື່ອ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີຍິ່ງຂຶ້ນ.