ສູນບໍລິຈາກເລືອດແຫ່ງຊາດ ອົງການການແດງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກິດຈະກໍາເປີດຂະບວນການບໍລິຈາກເລືອດແບບເປີດກວ້າງຂຶ້ນ ພາຍໃຕ້ຄໍາຂວັນ “63 ປີ ມີໄຊ ຈົ່ງຮ່ວມໃຈບໍລິຈາກເລືອດ” ໃນວັນທີ 17 ກໍລະກົດ 2018 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ, ໂດຍການເຂົ້າຂອງ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີຮອງປະທານສູນກາງສະຫະພັນແມ່ຍິງລາວ, ສະມາຊິກແມ່ຍິງຈາກພາກສ່ວນຕ່າງໆອ້ອມຂ້າງສູນກາງເຂົ້າຮ່ວມ.

ທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານສະຫະພັນແມ່ຍິງລາວ ກ່າວວ່າ: ຂະບວນການບໍລິຈາກເລືອດຄັ້ງນີ້ ເປັນການປຸກລະດົມເອື້ອຍ-ນ້ອງແມ່ຍິງລາວ ກໍຄືອົງການຈັດຕັ້ງຕ່າງໆອ້ອມຂ້າງສູນກາງເຂົ້າຮ່ວມບໍລິຈາກເລືອດ ພາຍໃຕ້ຄໍາຂວັນ “63 ປີ ມີໄຊ ຈົ່ງຮ່ວມໃຈບໍລິຈາກເລືອດ” ແລະ ກິດຈະກໍາໃນມື້ນີ້ຄາດວ່າ: ຈະມີຜູ້ເຂົ້າຮ່ວມບໍລິຈາກເລືອດປະມານ 200-300 ຄົນ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນທີ່ເຈັບປ່ວຍນອນປິ່ນປົວຢູ່ໂຮງໝໍ ແລະ ຕ້ອງການເລືອດເຂົ້າໃນການປິ່ນປົວ ໃຫ້ມີຄວາມພຽງພໍຕາມຄວາມຕ້ອງການຂອງຄົນເຈັບ.

“ຄຽງຄູ່ກັນນັ້ນ, ຍັງເປັນການສະແດງເຖິງຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ບົດບາດຂອງເອື້ອຍ-ນ້ອງແມ່ຍິງລາວ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ບໍ່ວ່າຈະແມ່ນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ກໍຄືໄລຍະສ້າງສາພັດທະນາປະເທດຊາດ, ແມ່ຍິງລາວຍາມໃດກໍ່ຄຽງບ່າຄຽງໄຫຼ່ຮ່ວມກັບອ້າຍ-ນ້ອງຊາຍ ໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ຜົນງານອັນໂດນເດັ່ນ ແລະ ໃຫຍ່ຫຼວງ. ໃນນັ້ນ, ມີເອື້ອຍ-ນ້ອງແມ່ຍິງຫຼາຍທ່ານກາຍເປັນວິລະຊົນແຫ່ງຊາດ” ທ່ານ ນາງ ທຸມມາລີ ກ່າວ.

ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນໍາຂອງ ສູນກາງສະຫະພັນແມ່ຍິງລາວ ທີ່ຍາມໃດກໍໄດ້ເອົາໃຈໃສ່ສະໜັບສະໜູນວຽກງານມະນຸດສະທໍາຂອງອົງການກາແດງລາວ ໂດຍສະເພາະແມ່ນການປຸກລະດົມຊ່ວຍເຊີນຊວນການບໍລິຈາກເລືອດຢ່າງປະຈໍາ ເພາະວຽກງານບໍລິຈາກເລືອດເປັນວຽກງານທີ່ຈໍາເປັນຕໍ່ມວນມະນຸດເຮົາ ເຊິ່ງໃນແຕ່ລະມື້ຜູ້ເຈັບເປັນທີ່ນອນໂຮງໝໍຕ່າງໆຕ້ອງການເລືອດແມ່ນມີສູງພໍສົມຄວນ ເຊິ່ງສະຫຼຸບໄດ້ວ່າ ໃນແຕ່ລະມື້ສູນບໍລິຈາກເລືອດແຫ່ງຊາດ ແລະ ບັນດາສູນເລືອດແຂວງທົ່ວປະເທດ ຕ້ອງໄດ້ຈັດຫາ ແລະ ສະໜອງເລືອດໃຫ້ແກ່ຄົນເຈັບ 100-200 ຖົງຕໍ່ມື້.