ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານ ຄກສພ-ອກລ

ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ (ຄກສພ-ອກລ) ໄດ້ຈັດພິທີສະເຫຼີມສະຫຼອງມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ໃນວັນທີ 12 ກໍລະກົດ 2018, ໂດຍການເປັນປະທານຂອງ ທ່ານ ນາງ ທອງປານ ໂຄດສີເມືອງ ປະທານສະຫະພັນແມ່ຍິງ ຄກສພ-ອກລ ແລະ ເຂົ້າຮ່ວມໂດຍ ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານ ຄກສພ-ອກລ ຜູ້ຊີ້ນຳວຽກງານແມ່ຍິງ, ມີຄະນະກົມ, ຕາງໜ້າອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.

ທ່ານ ໄຊຄຳ ອຸ່ນມີໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນແມ່ຍິງລາວ ເຊິ່ງເອື້ອຍ-ນ້ອງແມ່ຍິງລາວບັນດາເຜົ່າ ໄດ້ມີມູນເຊື້ອພິລະອາດຫານຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດຕ້ານກັບພວກຈັກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ;

ໂດຍພາຍໃຕ້ການນຳພາຂອງລັດ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນດ້ວຍປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນການປົກປັກຮັກສາສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາແມ່ຍິງຢ່າງບໍ່ຢຸດຢັ້ງ.

ພ້ອມທັງເນັ້ນໃຫ້ສະມາຊິກແມ່ຍິງ ຕ້ອງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດ, ຮີດຄອງປະເພນີອັນດີງາມຂອງຊາດ ເປັນຕົ້ນແມ່ນ ການນຸ່ງຖືທີ່ມີເອກະລັກສະເພາະ, ປັບປຸງການຈັດຕັ້ງໃນເງື່ອນໄຂໃໝ່ໃຫ້ກະທັດຮັດ, ຊຸກຍູ້ສົ່ງເສີມເອື້ອຍ-ນ້ອງແມ່ຍິງໃຫ້ເຂົ້າຮ່ວມສ້າງເສດຖະກິດຄອບຄົວ, ຊອກຫາແຫຼ່ງລາຍຮັບດ້ວຍການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 13 ກໍລະກົດ 2018, ສະຫະພັນແມ່ຍິງ ຄກສພ-ອກລ ຍັງໄດ້ເຂົ້າຮ່ວມກິດຈະກຳແຂ່ງຂັນສີມື ແລະ ກິລາພື້ນບ້ານ ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຂຶ້ນທີ່ສູນພັດທະນາແມ່ຍິງໂພນທັນ ພາຍໃຕ້ຫົວຂໍ້ “ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ເຊິ່ງ ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ໄດ້ເຂົ້າແຂ່ງຂັນຝັດເຂົ້າ ສາມາດຍາດໄດ້ ອັນດັບທີ 1.