ຄື້ນຄວາມຮ້ອນຮຸນແຮງທີ່ແຜ່ປົກຄຸມໄປທົ່ວຍີ່ປຸ່ນ ໃນວັນທີ 18 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ອຸນຫະພູມເພີ່ມຂຶ້ນເປັນ 41 ອົງສາເຊ ແລະ ເກີດຄວາມກັງວົນຕໍ່ການທີ່ ນະຄອນຫຼວງໂຕກຽວ ຈະເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກລະດູຮ້ອນ 2020.

ການກໍ່ສ້າງສະໜາມກິລາໂອລິມປິກແຫ່ງໃໝ່ ຜ່ານເຂົ້າສູ່ເດືອນທີ 20 ແລ້ວ ເຊິ່ງເຈົ້າໜ້າທີ່ກ່າວວ່າ: ການກໍ່ສ້າງຈະແລ້ວສຳເລັດທັນເວລາພາຍໃນເດືອນພຶດສະພາ ປີໜ້າ. ແນວໃດກໍຕາມ, ອາກາດຮ້ອນຫຼາຍເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 14 ຄົນ ໃນໄລຍະທ້າຍອາທິດທີ່ຜ່ານມາ ໃນຍີ່ປຸ່ນ ແລະ ຍັງມີອີກຫຼາຍກວ່າ 9.000 ຄົນ ທີ່ຍັງຮັກສາຕົວຢູ່ໂຮງໝໍຈາກການແພ້ແດດ ພາຍໃນໄລຍະເວລາພຽງອາທິດດຽວ.

ເຈົ້າໜ້າທີ່ການກິລາຍີ່ປຸ່ນ ກ່າວວ່າ: ການຮັບມືກັບສະພາບອາກາດຮ້ອນຈັດ ເປັນພາລະກິດສຳຄັນຂອງ ຄະນະຜູ້ຈັດການແຂ່ງຂັນໂອລິມປິກໂຕກຽວ 2020 ເຊິ່ງຈະມີຂຶ້ນໃນໄລຍະລະດູຮ້ອນຂອງຍີ່ປຸ່ນ. ທັ້ງນີ້, ອາກາດຮ້ອນຈັດເຂັ້ມຂົ້ນທີ່ສຸດ ຢູ່ໃນແຂວງກິຟຸ ອຸນຫະພູມສູງເຖິງ 40,1 ອົງສາເຊ ແລະ ເມືອງຊິມັນໂຕ ໃນແຂວງໂຄຈິ 41 ອົງສາເຊ ຖືວ່າຮ້ອນທີ່ສຸດໃນຍີ່ປຸ່ນ.