ພະນັກງານກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຊົມອະນຸສອນສະຖານ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນເກີດ ປະທານ ສຸພານຸວົງ ຄົບຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018) ໃນວັນທີ 17 ກໍລະກົດ 2018 ນຳພາໂດຍ ພທ ສົມພັນ ສີມີໄຊ ຮອງຫົວໜ້າກົມໂຄສະນາອົບຮົມ ທັງເປັນຜູ້ຊື້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະ-ສະມາຊິກແມ່ຍິງ ແລະ ພະນັກງານພາຍໃນກົມດັ່ງກ່າວຂົ້າຮ່ວມ.

ການເຂົ້າຢ້ຽມຊົມຄັ້ງນີ້, ທ່ານ ນາງ ມະນີວັນ ສີສົມບູນ ຮອງຫົວໜ້າພະແນກອະນຸສອນສະຖານ ປະທານ ສຸພານຸວົງ ໄດ້ບັນຍາຍກ່ຽວກັບປະຫວັດຂອງ ປະທານ ສຸພານຸວົງ ໂດຍໃຫ້ຮູ້ວ່າ: ທ່ານປະທານ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນຳໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນ ແລະ ນໍ້າໃຈເສຍສະລະອັນສູງສົງເພື່ອຊາດ, ເພື່ອປະຊາຊົນ, ເຊິ່ງທ່ານໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ແລ້ວກາຍມາເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.

ເຊິ່ງຕະຫຼອດຊີວິດຂອງປະທານ ສຸພານຸວົງ ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດຊອບອັນໃດ ເພິ່ນໄດ້ໃຊ້ຄວາມຮູ້-ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດປົກປັກຮັກສາ ແລະ ສ້າງສາປະເທດຊາດເພື່ອຍາດເອົາເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວໄດ້ຢ່າງສົມບູນ.

ໂອກາດດຽວກັນ, ພັທ ສົມພັນ ສີວົງໄຊ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານຈົ່ງເຊື່ອມຊຶມ, ກຳແໜ້ນເອົາເນື້ອໃນຈິດໃຈປະຫວັດມູນເຊື້ອ ແລະ ຜົນງານຂອງປະທານ ສຸພານຸວົງ ແລ້ວນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດ, ເຮັດໃຫ້ຕົນເອງມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງຮັບປະກັນໃຫ້ຕົນເອງກາຍເປັນພະນັກງານດີເດັ່ນ ແລະ ກົມກອງມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.