1. ດື່ມນ້ຳໃຫ້ພຽງພໍຕໍ່ຮ່າງກາຍ
ການດື່ມນ້ຳໃຫ້ພຽງພໍ ກໍຄືຊ່ວຍໃຫ້ໝາກໄຂ່ຫຼັງບໍ່ຕ້ອງເຮັດວຽກໜັກ ເນື່ອງຈາກບໍ່ໄດ້ຕອງນ້ຳເລືອດທີ່ຂຸ່ນໜຽວ. ຄວນດື່ມນ້ຳ 8-10 ຈອກ (ປະມານ 2 ລິດ) ຕໍ່ມື້ ຫຼື ຕາມທີ່ Institute of Medicine (IOM) ປະເທດອາເມລິກາ ແນະນຳ ຄື: ຄວນດື່ມນ້ຳສະເລ່ຍ 3,7 ລິດຕໍ່ມື້ສໍາລັບຜູ້ຊາຍ ແລະ ສະເລ່ຍ 2,7 ສຳລັບຜູ້ຍິງ.
2. ກິນອາຫານ ແລະ ໃຊ້ອາຫານເສີມໃຫ້ເໝາະສົມ
ການກິນອາຫານທີ່ເໝາະສົມ ເປັນຫຼັກສຳຄັນຢ່າງໜຶ່ງໃນການເບິ່ງແຍງສຸຂະພາບ ຄວນຫຼີກລ່ຽງອາຫານທີ່ມີຣົດຊາດຫວານ ແລະ ເຄັມຫຼາຍເກີນໄປ ເຊິ່ງຈະເພີ່ມຄວາມສ່ຽງຕໍ່ການເປັນພະຍາດເບົາຫວານ ແລະຄວາມ ດັນເລືອດສູງຕາມລຳດັບ. ນອກຈາກນັ້ນ, ການກິນອາຫານເສີມບາງຊະນິດທີ່ຫຼາຍເກີນໄປກໍມີໂອກາດທີ່ຈະເຮັດໃຫ້ເກີດຄວາມຜິດປົກກະຕິຂອງໄຂ່ຫຼັງໄດ້.


3. ປ້ອງກັນການກະທົບກະແທກບໍລິເວນດ້ານຂ້າງ
ການຖືກຕີ ຫຼື ໄດ້ຮັບບາດເຈັບບໍລິເວນຂ້າງ ອາດເປັນສາເຫດເຮັດໃຫ້ເກີດພະຍາດໄຂ່ຫຼັງຢຸດເຮັດວຽກກະທັນຫັນໄດ້ ເນື່ອງຈາກເປັນຕຳແໜ່ງຂອງໄຂ່ຫຼັງ. ດັ່ງນັ້ນ, ຈະຄວນຫຼີກລ່ຽງອັນຕະລາຍ ຫຼື ອຸບັດເຫດທີ່ຈະເກີດຂຶ້ນ ເຊັ່ນ: ການລົ້ມ ຫຼື ຖືກກະທົບກັບສິ່ງອື່ນທີ່ແຮງໃນບໍລິເວນໝາກໄຂ່ຫຼັງຢູ່ ແລະ ຄວນຫຼີກລ່ຽງການໃຊ້ບໍລິເວນສັນຫຼັງເປັນຖານໃນການຮັບຮອງສິ່ງຂອງໜັກ.

ການກວດຮ່າງກາຍເປັນປະຈຳ ເປັນສິ່ງທີ່ຄວນເຮັດເປັນປະຈຳຢູ່ແລ້ວໃນການເບິ່ງແຍງສຸຂະພາບ ສຳລັບຜູ້ມີພະຍາດປະຈຳຕົວ ເຊັ່ນ: ພະຍາດເບົາຫວານ, ພະຍາດຄວາມດັນເລືອດສູງ ຄວນປະຕິບັດຕາມຄຳແນະນຳຂອງທ່ານໝໍກ່ຽວກັບພະຍາດນັ້ນ ໂດຍໃຊ້ຢາຄວບຄຸມພະຍາດໃຫ້ສະໝ່ຳສະເໝີ ເນື່ອງຈາກສ່ວນໃຫຍ່ບໍ່ໄດ້ປິ່ນປົວຢູ່ເຫດຂອງພະຍາດ.