ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ໃນ ຕອນເຊົ້າວັນທີ 13 ກໍລະກົດ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີຄະນະປະຈຳພັກແຂວງ, ຄະນະປະຈໍາພັກເມືອງ, ການນໍາຂອງແຂວງ, ຂອງເມືອງ, ພະນັກງານ, ພະເຖລະນຸເຖລະ, ແຂກຖືກເຊີນ, ອໍານາດການປົກຄອງບ້ານ ພ້ອມດ້ວຍພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຄໍາສິງ ສໍລະສຸກ ເຈົ້າເມືອງໆໄຊຍະບູລີ ກ່າວວ່າ: ພິທີປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ສະເພາະປະຊາຊົນແຂວງ ກໍຄືຊາວເມືອງໄຊຍະບູລີ ກໍາລັງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ວັນເກີດ ປະທານ ສຸພານຸວົງ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງຊາວລາວທັງຊາດ ຄົບ ຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018) ໃຫ້ເປັນຂະບວນຟົດຟື້ນ ແລະ ເພື່ອເປັນການອະ ນຸລັກສັດນ້ຳ-ສັດປ່າ, ສ້າງສະຕິຮັກຫອມຄວາມເປັນເຈົ້າການປົກປັກຮັກສາໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ ແລະ ເຍົາວະຊົນຄົນຮຸ້ນຫຼັງໄດ້ສືບທອດຊ່ວຍກັນອະນຸລັກຮັກສາສືບຕໍ່ໄປ.

ສໍາລັບປາທີ່ນໍາມາປ່ອຍໃນປີນີ້, ປະກອບມີຫຼາຍຊະນິດ ເຊັ່ນ: ປານິນ, ປາໄນ, ປາປາກ, ປາດຸກ ລວມທັງໝົດ 300.000 ໂຕ ແລະ ໄດ້ແບ່ງເປັນ 7 ຈຸດ ໃນການປ່ອຍຄື: ຈຸດບ້ານໃຫຍ່ 100.000 ໂຕ, ຈຸດວັງບວດ ບ້ານນາຕໍນ້ອຍ 30.000 ໂຕ, ຈຸດວັງບວດ ບ້ານວັງຊອຍ 30.000 ໂຕ, ຈຸດວັງບວດ ບ້ານນາໄຮ 30.000 ໂຕ, ອ່າງນໍ້າຕຽນ 30. 000 ໂຕ, ອ່າງຫ້ວຍແຄ່ນ 50.000 ໂຕ ແລະ ຈຸດວັງບວດ ບ້ານປົ່ງ 30.000 ໂຕ. ໃນພິທີ, ການນໍາຂັ້ນແຂວງ, ເມືອງ ແລະ ຜູ້ເຂົ້າຮ່ວມໄດ້ຮ່ວມກັນຕັດແຖບຜ້າ ພ້ອມທັງປ່ອຍປາລົງສູ່ແມ່ນໍ້າ ເພື່ອໃຫ້ປາທີ່ປ່ອຍໄປນັ້ນເກີດແມ່ແຜ່ລູກ.