ໂດລາ ໄດ້ຮັບແຮງສະໜັບສະໜູນ ຫຼັງຈາກທ່ານ ເຈີໂຣມ ພາວເວວ ໄດ້ຖະແຫຼງຕໍ່ຄະນະກໍາມະການການທະນາຄານ ປະຈໍາວຸດທິສະພາ ໃນວັນທີ 18 ກໍລະກົດທີ່ຜ່ານມາວ່າ: ແນວທາງທີ່ດີທີ່ສຸດໃນຂະນະນີ້ ຄືການທີ່ ເຟດ ຍັງຄົງປັບຂຶ້ນອັດຕາດອກເບ້ຍຢ່າງຄ່ອຍເປັນຄ່ອຍໄປ.

ໂດລາສະຫະລັດ ແຂງຄ່າເມື່ອທຽບກັບສະກຸນເງິນຫຼັກໆ ໃນການຊື້ຂາຍທີ່ຕະຫຼາດແລກປ່ຽນເງິນຕາ ນິວຢອກ ຫຼັງຈາກທ່ານ ພາວເວວ ປະທານທະນາຄານກາງສະຫະລັດອາເມລິກາ ( ເຟດ ) ໄດ້ເນັ້ນຢໍ້າເຖິງການສະໜັບສະໜູນໃຫ້ ເຟດ ເດີນໜ້າປັບຂຶ້ນອັດຕາດອກເບ້ຍໃນປີນີ້້ ໃນການກ່າວຖະແຫຼງການໃນຮອບເຄິ່ງປີວ່າດ້ວຍ ນະໂຍບາຍການເງິນ ແລະ ພາວະເສດຖະກິດ ສະຫະລັດອາເມລິກາ ຕໍ່ສະພາຄອງເກຣດ.

ໂດລາ ແຂງຄ່າເມື່ອທຽບກັບເງິນເຢນ ໃນລະດັບ 112,85 ເຢນ ຈາກເດີມຢູ່ທີ່ລະດັບ 112,84 ເຢນ ຂະນະທີ່ອ່ອນຄ່າລົງເລັກນ້ອຍຖ້າທຽບໃສ່ກັບ ຟຣັງສະວິດ 0,9991 ຟຣັງ ຈາກເດີມຢູ່ທີ່ລະດັບ 0,9993 ຟຣັງ.

ສ່ວນເອີໂຣ ອ່ອນຄ່າລົງເມື່ອທຽບກັບ ໂດລາສະຫະລັດ ໃນລະດັບ 1,1648 ໂດລາ ຈາກເດີມຢູ່ທີ່ 1,1663 ໂດລາ ຂະນະທີ່ເງິນປອນ ອ່ອນຄ່າລົງສູ່ລະດັບ 1,3063 ໂດລາ ຈາກເດີມຢູ່ທີ່ 1,3124 ໂດລາ ແລະ ໂດລາອົດສະຕຣາລີ ແຂງຄ່າຂຶ້ນເຖິງລະດັບ 0,7402 ໂດລາສະຫະລັດ ຈາກເດີມຢູ່ທີ່ 0,7390 ໂດລາສະຫະລັດ.

ທ່ານ ພາວເວວ ກ່າວຕື່ມອີກວ່າ: ການປັບຂຶ້ນອັດຕາດອກເບ້ຍຊ້າເກີນໄປ ຈະສົ່ງຜົນໃຫ້ອັດຕາງິນເຟີ້ສູງຂຶ້ນ ຫຼື ອາດຈະເຮັດໃຫ້ຕະຫຼາດການເງິນຂະຫຍາຍຕົວຮ້ອນແຮງເກີນໄປ ແຕ່ຖ້າຫາກປັບດອກເບ້ຍໄວເກີນໄປ ກໍຈະສົ່ງຜົນໃຫ້ເສດຖະກິດອ່ອນຕົວລົງ ແລະ ຈະເຮັດໃຫ້ອັດຕາເງິນເຟີ້ຍັງຄົງຕໍ່າລົງກວ່າເປົ້າໝາຍຂອງ ເຟດ ຕໍ່ໄປອີກເປັນເວລາດົນ.

ສ່ວນວັນທີ 17 ກໍລະກົດ ທີ່ຜ່ານມານັ້ນ, ທ່ານ ພາວເວວ ໄດ້ຖະແຫຼງຕໍ່ ຄະນະກໍາມະການບໍລິການການເງິນ ປະຈໍາ ສະພາຜູ້ແທນປະຊາຊົນ ວ່າ: ເສດຖະກິດສະຫະລັດອາເມລິກາ ກໍາລັງຂະຫຍາຍຕົວໃນອັດຕາທີ່ໄວພຽງພໍທີ່ຈະເຮັດໃຫ້ ເຟດ ເດີນໜ້າປັບຂຶ້ນອັດຕາດອກເບ້ຍອີກ 2 ເທື່ອ ໃນໄລຍະທີ່ເຫຼືອຂອງປີນີ້.