ແຂວງຄຳມ່ວນ ສຳເລັດກອງປະຊຸມວຽກງານ 3 ສ້າງ

0
1376

ແຂວງຄຳມ່ວນ ໄດ້ສໍາເລັດການຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-11 ກໍລະກົດ 2018 ໂດຍການເປັນປະທານຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ເຂົ້າຮ່ວມມີ ທ່ານ ປອ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີທ່ານຮອງເຈົ້າແຂວງໆ, ບັນດາກົມ, ພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃນໄລຍະ 1 ປີຜ່ານມາ; ໂດຍສະເພາະແມ່ນວຽກງານການແກ້ໄຂຄວາມທຸກຍາກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການຫັນປ່ຽນດີຂຶ້ນ, ສະຖຽນລະພາບທາງດ້ານການເມືອງ-ສັງຄົມ ມີຄວາມສະຫງົບໂດຍພື້ນຖານ.

ແຂວງຄຳມ່ວນ ປະກອບມີ 10 ຕົວເມືອງ, ມີ 574 ບ້ານ, ມີ 79.617 ຄອບຄົວ, ມີພົນລະເມືອງ 411.447 ຄົນ ຍິງ 207.225 ຄົນ, ໄດ້ກຳນົດເອົາບ້ານເປົ້າໝາຍ ແລະ ຄັດເລືອກເອົາ 10 ຕົວເມືອງ ສ້າງໃຫ້ຄົບຖ້ວນຕາມເນື້ອໃນ 5 ດ້ານ ໂດຍສຸມໃສ່ 3 ຕົວເມືອງຄື: ເມືອງທ່າແຂກ, ໜອງບົກ, ບົວລະພາ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງມີ 7 ຕົວເມືອງ, ສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ໄດ້ 57 ບ້ານ, ໄປຄຽງຄູ່ກັບການເອົາໃຈໃສ່ຊີ້ນຳ-ນຳພາ ຫັນເປັນແຜນງານ, ໂຄງການ ແລະ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຢ່າງມີຈຸດສຸມ, ສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ.

ກອງປະຊຸມວຽກງານ 3 ສ້າງ

ທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ, ຈະໄດ້ສືບຕໍ່ຂຸດຄົ້ນທຸກທ່າແຮງທີ່ບົ່ມຊ້ອນຂອງແຂວງ, ເມືອງ ແລະ ບ້ານ ເຂົ້າໃນການພັດທະນາ ເພື່ອໃຫ້ສາມາດສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຕາມຈຸດປະສົງທີ່ວາງໄວ້, ສືບຕໍ່ປັບປຸງກໍ່ສ້າງ ແລະ ຍົກສູງຄວາມສາມາດນຳພາໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ກະທັດຮັດ, ມີສະຖຽນລະພາບ, ຄຸ້ມຄອງບໍລິຫານໃຫ້ຮັດກຸມຕາມລະບຽບການ, ມີຄວາມສັກສິດ, ສ້າງກົນໄກບໍລິການທີ່ສະດວກ-ວ່ອງໄວ ແລະ ເຮັດໃຫ້ປະຊາຊົນເພິ່ງພໍໃຈ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າຢ່າງແຂງແຮງ ດ້ວຍການຊອກທຸກເງື່ອນໄຂ ເພື່ອອຳນວຍແກ່ການດຳລົງຊິວິດ ແລະ ການທຳມາຫາກິນທີ່ຖືກຕ້ອງຕາມລະບຽບກົດໝາຍ, ສຶກສາອົບຮົມ, ສ້າງຄວາມສາມາຄີປອງດອງ ແລະ ຄວາມເປັນປຶກແຜນຂອງປະຊາຊົນບັນດາເຜົ່າພາຍໃນແຂວງໃຫ້ແໜ້ນແຟ້ນ.