ໂຄງການເອດແຫ່ງສະຫະປະຊາຊາດ ( UNAIDS ) ໄດ້ແຈ້ງເຕືອນໃນວັນທີ 18 ກໍລະກົດທີ່ຜ່ານມາວ່າ: ຊາຍທີ່ມີຄູ່ນອນເປັນຊາຍ ສ່ຽງຕິດເຊື້ອ HIV ທີ່ເປັນສາເຫດຂອງໂລກເອດ 28 ເທົ່າຂອງຊາຍທີ່ມີຄູ່ນອນເປັນຍິງ ເຖິງວ່າຕົວເລກຜູ້ຕິດເຊື້ອລາຍໃໝ່ໃນກຸ່ມຊາຍຮັກເພດດຽວກັນໃນໂລກຕາເວັນຕົກ ຈະຫຼຸດລົງຫຼາຍແລ້ວກໍຕາມ.

ລາຍງານ Global Aids Update 2018 ທີ່ເຜີຍແພ່ ໄດ້ລະບຸວ່າ: ຍອດຜູ້ຕິດເຊື້ອ HIV ລາຍໃໝ່ທົ່ວໂລກ ເມື່ອປີທີ່ຜ່ານມາ ຢູ່ທີ່ 1,8 ລ້ານຄົນ ຫຼຸດລົງ 100.000 ຄົນ ຈາກປີກ່ອນໜ້ານັ້ນ ແລະ ຫຼຸດລົງຈາກ 3,4 ລ້ານຄົນ ໃນປີ 1996 ຂະນະທີ່ຍອດຜູ້ເສຍຊີວິດເມື່ອປີ 1995 ຫຼຸດລົງ 1 ລ້ານຄົນ. ຢ່າງໃດກໍຕາມ, ກຸ່ມສ່ຽງທີ່ສຸດຍັງຄົງເປັນຊາຍຮັກເພດດຽວກັນ ແລະ ຊາຍທີ່ມີຄູ່ນອນເປັນຊາຍ ຕາມດ້ວຍແມ່ຍິງທີ່ຂາຍບໍລິການ, ຜູ້ເສບຢາເສບຕິດ ແລະ ສາວປະເພດສອງ. ທັ້ງນີ້, ສະມາຊິກ UN ຮັບປາກໃນປີ 2014 ວ່າ: ຈະຢຸດການລະບາດຂອງເອດໃຫ້ໄດ້ພາຍໃນປີ 2030 ອັນເປັນສ່ວນໜຶ່ງໃນວາລະການພັດທະນາຢ່າງຢັ້ງຢືນປີ 2030.

ຜູ້ອໍານວຍການບໍລິຫານ UNAIDS ລະບຸວ່າ: ການເດີນໜ້າ ແລະ ເລືອກປະຕິບັດກັບຊົນເຜົ່າກຸ່ມນ້ອຍເລື່ອງເພດ ຍັງຄົງເປັນອຸປະສັກຕໍ່ການຂະຫຍາຍການສຶກສາ ແລະ ບໍລິການສາທາລະນະສຸກ ທັ້ງທີ່ສິດທິມະນຸດເປັນເລື່ອງສໍາລັບທຸກຄົນ, ບໍ່ເລືອກເພດ, ອາຊີບ ຫຼື ຄວາມນິຍົມທາງເພດ, ກົດໝາຍທີ່ລົງໂທດຜູ້ແພ່ເຊື້ອ HIV, ຜູ້ຂາຍບໍລິການທາງເພດ, ຜູ້ຕິດຢາ ແລະ ຄວາມນິຍົມທາງເພດ ຫຼື ເປັນອຸປະສັກຕໍ່ການເຂົ້າຮັບບໍລິການ ຈະຕ້ອງຍົກເລີກໃຫ້ໝົດໄປ.