ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນ້ໍາທາ ໄດ້ມີພິທີປະກາດການຈັດຕັ້ງຂັ້ນຄະນະກອງບັນຊາການ ໃນວັນທີ 13 ກໍລະກົດ 2018 ໂດຍການເຂົ້າຮ່ວມຂອງ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການບັນຊາ, ຫົວໜ້າ-ຮອງພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ.

ພັທ ດວງຈັນ ໄຕບົວວອນ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສະບັບ ເລກທີ 5268/ກປນທ, ລົງວັນທີ 5 ກໍລະກົດ 2018 ວ່າດ້ວຍການລົບລ້າງຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງ ນາແລ ແລະ ແຕ່ງຕັ້ງ ສະຫາຍ ພັທ ກອງແກ້ວ ຄຳເພັງເລີດ ຫົວໜ້າກອງບັນຊາການ ປກສ ເມືອງນາແລ ທີ່ສຳເລັດການສຶກສາ ເພື່ອສືບຕໍ່ຊີ້ນຳບັນຊາຕາມພາລະບົດບາດຂອງຫົວໜ້າກອງບັນຊາການຕາມລະບຽບຂອງກຳລັງ.

ໃນພິທີ, ພັທ ອິນສົມ ທຳລະສີນ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານ ທີ່ຜູ້ຮັກສາການແທນໄດ້ສຸມທຸກສະຕິປັນຍາໃນການເຄື່ອນໄຫວນຳພາໄລຍະ 6 ເດືອນຜ່ານມາ; ພ້ອມທັງຮຽກຮ້ອງໃຫ້ຫົວໜ້າກອງບັນຊາການ ຈົ່ງເອົາໃຈໃສ່ຍົກສູງພາລະບົດບາດການຊີ້ນຳ-ນໍາພາບັນຊາຢູ່ໃນກໍາລັງຂອງຕົນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພົນສູງ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນປະຕິບັດວຽກງານວຽກງານປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໄພ ແລະ ສໍາເລັດຕາມທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.