ຊາວໜຸ່ມເມືອງວຽງພູຄາ ແຂວງຫຼວງນໍ້າທາ ສ້າງຂະບວນການອອກແຮງງານລວມອ້ອມຂ້າງເທດສະບານເມືອງ ໃນວັນທີ 13 ກໍລະກົດ 2018 ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານຊາວໜຸ່ມ ເມືອງວຽງພູຄາ ໂດຍການນຳພາຂອງ ທ່ານ ວິໄລເພັດ ຫຼຽນສະຫວັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີຄະນະໜ່ວຍຊາວໜຸ່ມອ້ອມຂ້າງເມືອງ, ປກຊ-ປກສ ແລະ ສະມາຊິກຊາວໜຸ່ມພາຍໃນເມືອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ທ່ານ ວິໄລເພັດ ຫຼຽນສະຫວັດ ກ່າວວ່າ: ການອອກແຮງງານລວມຄັ້ງນີ້ ແມ່ນເປັນການອອກແຮງງານລວມອີກຄັ້ງ ໜຶ່ງ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ VII ຂອງຄະນະບໍລິຫານງານຊາວໜຸ່ມ ເມືອງ ທັງເປັນການສ້າງບັນຍາກາດໃນການຮັດແໜ້ນຄວາມສາມັກຄີລະຫວ່າງຄະນະໜ່ວຍຊາວໜຸ່ມ, ພ້ອມດ້ວຍສະ ມາຊິກພາຍໃນເມືອງໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ເຊິ່ງການສ້າງຂະບວນການອອກແຮງງານຄັ້ງນີ້ແມ່ນໄດ້ເລີ່ມແຕ່ຄິວລົດຂອງເມືອງລຽບຕາມເສັ້ນທາງ R3 ຫາ ບ້ານຂົ້ວນໍ້າຈຸກ ປະມານ 1 ກິໂລແມັດ. ເຊິ່ງໄດ້ປັດກວາດສິ່ງເປິເປື້ອນ, ເກັບຂີ່້ ເຫຍື້ອ, ອະນາໄມຮ່ອງນໍ້າ, ຖາງຫຍ້າ ແລະອື່ນໆ.

ພ້ອມນີ້, ກໍເພື່ອເຮັດໃຫ້ເທດສະບານຂອງເມືອງວຽງພູຄາ ມີຄວາມເປັນລະບຽບຮຽບຮ້ອຍມີຄວາມສວຍສົດງົດ ງາມ ແລະ ສະອາດງາມຕາ.