ສະຫະພັນແມ່ຍິງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ເພື່ອລະນຶກເຖິງການຕໍ່ສູ້ຂອງແມ່ຍິງລາວໃນການປົດປ່ອຍຕົນເອງ, ທວງສິດສະເໝີພາບ ແລະ ປະຊາທິປະໄຕໃຫ້ເທົ່າທຽບກັບເພດຊາຍ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໃນວັນທີ 18 ກໍລະກົດ 2018, ເປັນປະທານໂດຍທ່ານ ນາງ ສຸສະດາ ສີຫາວົງ ປະທານສະຫະພັນແມ່ຍິງເມືອງຈັນທະບູລີ, ເຂົ້າຮ່ວມໂດຍທ່ານ ຄໍາພິທູນ ຈັນທະກູນ ຮອງເຈົ້າເມືອງຈັນທະບູລີ.

ທ່ານ ນາງ ຄໍາໄພ ລັດສະໝີ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການນຳເນີດ ແລະ ການຂະຫຍາຍຕົວຂອງແມ່ຍິງລາວວ່າ: ແມ່ຍິງລາວໃນສະໄໝຕໍ່ສູ້ກູ້ຊາດຄ່ຽງບາຄ່ຽງໄຫຼ່ກັບເພດຊາຍຕໍ່ສູ້ຢ່າງເດັດດຽ່ວຕ້ານພວກສັກດີນາ ແລະ ລ່າເມືອງຂຶ້ນແບບເກົ່າ ເພື່ອໃຫ້ລູກ-ຜົວ ແລະ ຕົນເອງຫຼຸດພົ້ນອອກຈາກການຂູດຮີດແຮງງານຂອງກຸມຄົນບໍ່ດີ ມາເຖິງວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ກໍໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍ, ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ, ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ ແລະ ພັກກໍໄດ້ວາງແນວທາງເພື່ອປົດປ່ອຍແມ່ຍິງລາວ ຄື: “ ຢາກປົດປ່ອຍແມ່ຍິງບົນພື້ນຖານການປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ, ຢາກປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ ຕ້ອງປຸກລະດົມແມ່ຍິງໃຫ້ເຂົ້າຮ່ວມຂະບວນການອັນກວ້າງຂວາງ, ຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງຢ່າງແທ້ຈິງ ” ຈາກແນວທາງດັ່ງກ່າວແມ່ຍິງໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ພວກສັກດີນາ ແລະ ພວກລ່າເມືອງຂຶ້ນແບບເກົ່າ.

ດ້ວຍເຫດນັ້ນ, ແມ່ຍິງກໍ່ໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມໆກັບບັນດາອົງການຈັດຕັ້ງຮາກຖານຂອງການປະຕິວັດ ເປັນໜ່ວຍແມ່ນັກຮົບເອື້ອຍນ້ອງ ເພື່ອເບິ່ງແຍງດູແລກອງທະຫານກູ້ຊາດ ແລະ ພະນັກງານປະຕິວັດ; ແມ່ຍິງໄດ້ສະໝັກເປັນກອງຫຼອນເຂົ້າດັກສະກັດລັດສັດຕູ, ລໍາລຽງສົ່ງອາວຸດ, ສະບຽບອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຈຳເປັນໃຫ້ກຳລັງປະຕິວັດ. ແມ່ຍິງລາວທີ່ຢູ່ໃນຂົງເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ ເຖິ່ງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງດ້ວຍຄວາມໂຫດຮ້າຍປ່າເຖື່ອນ ແຕ່ຄວາມໂຫດຮ້າຍປ່າເຖື່ອນດັ່ງກ່າວກໍບໍ່ສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະຫຼະ ແລະ ຄວາມຈົ່ງຮັກພັກດີຂອງແມ່ຍິງລາວໄດ້ ກົງກັນຂ້າມຍິ່ງຖືກປາບປາມຫຼາຍເທົ່າໃດ ແປວໄພແຫ່ງຄວາມຮັກຊາດ ແລະ ຄຽດແຄ້ນສັດຕູກໍຍິ່ງທະວີຄູນຂຶ້ນ.

ພາຍໃຕ້ການການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມເທື່ອລະກ້າວ. ມາຮອດວັນທີ 20 ກໍລະກົດ 1955, ພັກຈຶ່ງໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ເຊິ່ງເປັນການກໍາເນີດອົງການຈັດຕັ້ງສະຫະພັນແມ່ຍິງໃນປັດຈຸບັນຂຶ້ນຢ່າງເປັນທາງການ.

ໃນພິທີຍັງໄດ້ມອບຂອງທີ່ລະນຶກໃຫ້ປ້າອາວຸດໂສ ແລະ ມອບໃບຍ້ອງຍໍແມ່ຍິງ 3 ດີ ປະເພດ I ໄລຍະ II ( 2015-2017 ) ຂອງສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໃຫ້ສະມາຊິກແມ່ຍິງເມືອງຈໍານວນ 21 ທ່ານ ແລະ ໃບຊົມເຊີຍ ຈໍານວນ 7 ທ່ານ.