ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນຂອງເປົ້າໝາຍຄ້າຢາເສບຕິດລາຍໜຶ່ງຢູ່ບ້ານຄໍາສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃນເດືອນພຶດສະພາ 2018; ພົບເຫັນຢາບ້າ 801 ເມັດ. ດັ່ງນັ້ນ, ຈຶ່ງໄດ້ຈັບຕົວ ທ້າວ ອຸຄໍາ ຫຼື ເປ ອາຍຸ 33 ປີ ເຈົ້າຂອງເຮືອນມາດໍາເນີນຄະດີ.

ທ້າວ ອຸຄໍາ ຮັບສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເສບຢາບ້າມາແຕ່ປີ 2000 ໂດຍເສບຄັ້ງລະ 1-2 ​ເມັດ. ຢາບ້າທີ່ນໍາມາເສບແຕ່ລະຄັ້ງນັ້ນແມ່ນຊື້ມາຈາກໄວລຸ້ນທີ່ໄປຫຼີ້ນເກມ ຢູ່ຮ້ານເກມເຂດບ້ານທາດຫຼວງໃຕ້, ບ້ານຂົ້ວຫຼວງ ແລະ ບ້ານໂພນສະຫວ່າງ. ໃນຕົ້ນປີ 2017, ໄດ້ຕິດຕໍ່ພົວພັນຊື້ຢາບ້າຈາກ ທ້າວ ເລັກ ອາຍຸປະມານ 29 ປີ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອເອົາໄປຂາຍຕໍ່. ສ່ວນຫຼາຍ, ທ້າວ ເລັກ ຈະນໍາຢາບ້າມາສົ່ງໃຫ້ຢູ່ເຮືອນ; ຄັ້ງລະ 400 ເມັດ. ຫຼັງຈາກ, ໄດ້ຢາບ້າມາແລ້ວກໍແບ່ງເອົາໄວ້ເສບ ຄັ້ງລະ 10 ເມັດ; ສ່ວນທີ່ເຫຼືອກໍຈະນໍາໄປຂາຍຍ່ອຍໃຫ້ພວກໄວລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ ແລະ ບ້ານໄກຄຽງ.

ມາປີ 2018, ທ້າວ ອຸຄໍາ ໄດ້ສັ່ງຊື້ຢາບ້ານໍາ ທ້າວ ເລັກ ເພີ່ມຂຶ້ນເລື້ອຍໆ ເພື່ອນໍາມາຂາຍຍ່ອຍ-ຂາຍສົ່ງ ໃຫ້ໄວລຸ້ນຢູ່ແຖວບ້ານຄໍາສະຫວາດ.

ນອກນີ້, ຍັງໄດ້ຮັບຊື້ຢາບ້ານໍາ ທ້າວ ໂຕ້ ອາຍຸປະມານ 40 ປີ ຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນຈໍານວນຫຼາຍຄັ້ງ; ຄັ້ງລະ 600-800 ເມັດ ໂດຍນັດຊື້-ຂາຍຢູ່ຮ້ານເກມເຂດບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ພາຍຫຼັງໄດ້ຢາບ້າມາແລ້ວ, ກໍເອົາໄປຂາຍກັບກໍາມະກອນກໍ່ສ້າງເຂດບ້ານຄໍາສະຫວາດ.

ມາວັນທີ 29 ພຶດສະພາ 2018, ຜູ້ກ່ຽວໄດ້ໄປເຮັດວຽກກໍາມະກອນກໍ່ສ້າງ ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ. ກ່ອນກັບເມືອເຮືອນໃນຕອນແລງ,  ໄດ້ໄປແວ່ຊື້ຢາບ້ານໍາ ທ້າວ ໂຕ້ ຈໍານວນ 801 ເມັດ. ພໍກັບໄປຮອດເຮືອນໄດ້ປະມານ 5 ນາທີ, ກໍໄດ້ມີເຈົ້າໜ້າທີ່ເຂົ້າມາກວດຄົ້ນເຮືອນ; ຈຶ່ງພົບເຫັນຢາບ້າຈໍານວນດັ່ງກ່າວ ແລ້ວກັກຕົວມາດໍາເນີນຄະດີ.