ວິທະຍາຄານການແພດ ກອງທັບປະຊາຊົນລາວ ແລະ ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ ໄດ້ຮ່ວມກັນດຳເນີນກອງປະຊຸມສຳມະນາວິທະຍາສາດການແພດ ຄັ້ງທີ I ເພື່ອເປັນການສ້າງຖານຄວາມຮູ້ອັນເລິກເຊິ່ງດ້ານວິທະຍາສາດການແພດ ໂດຍສະເພາະການບົ່ງມະຕິ, ປິ່ນປົວ ແລະ ຮັກສາສຸຂະພາບໃຫ້ແກ່ນາຍ ແລະ ພົນຕຳຫຼວດ ກໍຄືສັງຄົມ.

ກອງປະຊຸມສຳມະນາວິທະຍາສາດຮ່ວມຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2018, ເຂົ້າຮ່ວມເປັນປະທານໂດຍ ພົຈວ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພົຈວ ສຈ ປອ ໂດ໊ ກວຽດ ຫົວໜ້າວິທະຍາຄານການແພດກອງທັບ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ຕະຫຼອດຮອດນັກສຳມະນາກອນເຂົ້າຮ່ວມ.

ໃນການສຳມະນາໃນຄັ້ງນີ້, ບັນດາພະນັກງານ, ຄູ-ອາຈານທີ່ປຶກສາ, ນັກສຳມະນາກອນທັງສອງຝ່າຍ ໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບກັບຫົວຂໍ້ວິທະຍາສາດການແພດ

ເປັນຕົ້ນແມ່ນ: ສຶກສາສະພາບຕິດເຊື້ອສານໃບໄມ້ໃນຕັບຊະນິດນ້ອຍຢູ່ບັນດາໂຮງຮຽນຂອງເມືອງຈຳພອນ ແຂວງສະຫວັນນະເຂດ ສປປ ລາວ, ຂະບວນການບຳລຸງ-ພັດທະນາຄູຢູ່ວິທະຍາຄານການແພດ ກອງທັບຫວຽດນາມ, ຄົ້ນຄວ້າປຸງແຕ່ງຢາເມັດ acid nicotinic ອອກລິດຍາວນານ 24 ຊົ່ວໂມງ, ຄົ້ນຄວ້າສ້າງຂະບວນການເຮັດຕົວຢ່າງສະຫຼາຍເນື້ອ ດ້ວຍຢາງ ACRYLIC, ຄົ້ນຄວ້າຈຸດພິເສດຄົນເຈັບມະເຮັງ ມີຫຼຸດ Neutrophils, ການແຈກຢາຍ, ອາການຊຶມເບື່ອ ແລະ ວິທີການສຸກເສີນເບື່ອເຫັດບາງຊະນິດຢູ່ບັນດາແຂວງທາງທິດຕາເວັນຕົກສຽງເໜືອຫວຽດນາມ ຕິດຊາຍແດນ ຫວຽດນາມ-ລາວ.

ໂອກາດດຽວກັນນີ້, ທັງສອງຝ່າຍຍັງຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບແຜນການຮ່ວມມື ປີ 2018-2019; ລົງນາມຝ່າຍລາວໂດຍ ພັອ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດ ກອງທັບປະຊາຊົນລາວ ແລະ ຝ່າຍຫວຽດນາມລົງນາມໂດຍ ພົຈວ ສຈ ປອ ໂດ໊ ກວຽດ; ເຊິ່ງທັງສອງຝ່າຍເຫັນດີຮ່ວມມືກັນດ້ານວຽກງານອົບຮົມ, ວຽກງານຄົ້ນຄວ້າວິທະຍາສາດ ແນໃສ່ຮັບປະກັນໃຫ້ວຽກງານວິທະຍາສາດການແພດທັງສອງວິທະຍາຄານມີການພັດທະນາຍິ່ງຂຶ້ນ.