ທ່ານ ພອນໄຊ ພັນທະຈິດ ອຳນວຍການບໍລິສັດ ເກດແກ້ວ ບໍລິການ ແລະ ທ່ານ ແສງເພັດ ແກ້ວບຸນມີ ນັກທຸລະກິດ ໄດ້ນໍາຄອມພິວເຕີຕັ້ງໂຕະ ຈໍາວນ 3 ຊຸດ ແລະ ເຄື່ອງກິລາ 50 ຊຸດ ລວມມູນຄ່າ 18.000.000 ກີບ ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ກະຊວງ ປກສ ໃນວັນ 12 ກໍລະກົດ 2018, ໂດຍການກ່າວຮັບຂອງ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມ 509 ພ້ອມຄະນະ.

ໃນນີ້, ທ່ານ ພອນໄຊ ພັນທະຈິດ ໄດ້ມອບຄອມພິວເຕີ ຈໍານວນ 2 ຊຸດ ແລະ ເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າ 13.000.000 ກີບ ແລະ ທ່ານ ແສງເພັດ ແກ້ວບຸນມີ ໄດ້ມອບຄອມພິວເຕີຈຳນວນ 1 ຊຸດ ມູນຄ່າ 5.000.000 ກີບ.

ການມອບຄອມພິວເຕີ ແລະ ເຄື່ອງກິລາຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ທີ່ສໍາຄັນວຽກງານວິຊາສະເພາະຂອງ ກົມ 509 ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມສະດວກ-ສະບາຍຂຶ້ນກວ່າເກົ່າ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ບໍລິສັດ ກັບ ກົມ 509 ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ພົຈວ ຄຳສາຍ ຈັນທະວົງ ກ່າວສະແດງຄວາມຂອບໃຈ ແລະ ມອບໃບຊົມເຊີຍ ໃຫ້ທັງ 2 ພາກສ່ວນ ທີ່ເຫັນເຖິງຄວາມສຳຄັນໃນໜ້າທີ່ວຽກງານວິຊາສະເພາະຂອງກໍາລັງ ປກສ ກໍຄືກົມ 509; ສໍາລັບເຄື່ອງດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງ ແລະ ອວຍໄຊໃຫ້ພອນທ່ານ ພອນໄຊ ພັນທະຈິດ ແລະ ທ່ານ ແສງເພັດ ແກ້ວບຸນມີ ພ້ອມຄະນະມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ພ້ອມກັນສືບຕໍ່ພັດທະນາທຸລະກິດຂອງຕົນໃຫ້ກ້າວໜ້າໄປເລື້ອຍໆ.