1. ຊະນິດຂອງອາຫານ
ເດັກນ້ອຍມັກຍອມກິນອາຫານພຽງແຕ່ 2-3 ຢ່າງ ແລະ ບໍ່ກິນຢ່າງອື່ນ ນີ້ຄືລັກສະນະທີ່ພົບຫຼາຍ. ຢ່າງໃດກໍຕາມ, ລັກສະນະນີ້ບໍ່ ເຖິງກັບເຮັດໃຫ້ເດັກຂາດສານອາຫານຢ່າງຮຸນແຮງ ແລະ ເປັນນິໄສຊົ່ວຄາວທີ່ແກ້ໄຂໄດ້.

ວິທີແກ້ ຄື: ຕ້ອງໃຫ້ໂອກາດຂອງເຈົ້າໄດ້ທົດລອງອາຫານຢ່າງອື່ນ ໂດຍເລີ່ມເທື່ອລະຢ່າງ ເທື່ອງລະໜ້ອຍ ຄ່ອຍເປັນຄ່ອຍໄປ ເປັນຄັ້ງທຳອິດທີ່ເດັກໆໄດ້ລອງອາຫານໃໝ່, ເດັກອາດຈະປະຕິເສດເພາະຄວາມບໍ່ຄຸ້ນເຄີຍ ນັ້ນບໍ່ໄດ້ແປວ່າການທົດລອງລົ້ມເຫຼວ, ພໍ່-ແມ່ຕ້ອງໃຊ້ຄວາມພະຍາຍາມຊັກຈູງໜ້ອຍໜຶ່ງ, ເວລາທົດລອງໃຫ້ກິນໃໝ່ ບໍ່ຄວນບັງຄັບ ແລະ ບໍ່ຄວນເຮັດໃຈຮ້າຍໃຫ້ລູກ ຖ້າລູກບໍ່ກິນອາຫານທີ່ເຮົາຢາກໃຫ້ກິນ.

2. ຣົດຊາດຂອງອາຫານ
ບາງຄັ້ງການທີ່ເດັກບໍ່ຍອມກິນອາຫານ ອາດເປັນເພາະເບື່ອຣົດຊາດອາຫານ ເຊັ່ນ: ທຸກເຊົ້າຕ້ອງກິນແຕ່ໄຂ່ຕົ້ມ, ຜັດໝາກຖົ່ວ; ເຊິ່ງເດັກນ້ອຍອາດຈະເບື່ອ ກໍລະນີນີ້ທ່ານອາດຈະທົດລອງປຸງໄຂ່ເປັນໄຂ່ດາວ, ຈືນໄຂ່ ຫຼື ໄຂ່ຕຸ້ນ ຜົດປ່ຽນກັນໄປເປັນໄລຍະ. ສຳລັບໝາກຖົ່ວ ກໍລອງປ່ຽນເມນູໃໝ່ໆແດ່ ຫຼື ເດັກບາງຄົນອາດຈະເບື່ອນົມສົດ ເຈົ້າກໍອາດປ່ຽນມາໃຫ້ກິນນົມສົ້ມໂຢເກິດ ຫຼື ເນີຍແຂງແທນ.

3. ຄວາມຖີ່ ຫຼື ຈຳນວນຄາບຂອງອາຫານໃນແຕ່ະມື້
ເດັກຈຳນວນບໍ່ໜ້ອຍທີ່ກິນອາຫານໄດ້ເທື່ອລະໜ້ອຍ ຫຼື ມື້ນີ້ກິນຫຼາຍ, ມື້ອື່ນກິນໜ້ອຍລົງ ນີ້ກໍຖືວ່າເປັນເລື່ອງປົກກະຕິ ຄວາມຈິງທີ່ພໍ່ແມ່ຄວາມຮູ້ຄື ກະເພາະອາຫານຂອງເດັກມີຂະໜາດໜ້ອຍບັນຈຸໄດ້ໜ້ອຍ. ດັ່ງນັ້ນ, ສໍາລັບເດັກນ້ອຍທີ່ກິນໄດ້ບໍ່ຫຼາຍ ຄວນໃຫ້ເດັກນ້ອຍກິນອາການປະມານ 5-6 ຄາບ; ໃນນັ້ນ, ອາດຈະເປັນອາຫານຫຼັກ 3 ຄາບ ແລະ ອາຫານວ່າງອີກ 2-3 ຄາບ ແລະ ແຍກລະຫວ່າງອາຫານຄາບຫຼັກ, ເຊິ່ງປະເພດອາຫານວ່າງອາດຈະເປັນໝາກໄມ້ຊະນິດຕ່າງໆ ຖ້າໃຫ້ເດັກກິນເອງໄດ້ ກໍຈະຊ່ວຍເຮັດໃຫ້ເດັກຢາກກິນຫຼາຍຂຶ້ນ ເພາະເດັກມັກຊ່ວຍເຫຼືອຕົນເອງ ແລະ ມ່ວນກັບການທີ່ໄດ້ກິນດ້ວຍຕົນເອງ. ນອກຈາກ, ໝາກໄມ້ ກໍອາດຈະໃຫ້ກິນລູກຊີ້ນປິ້ງ ຂະໝົມປັງຊຸບໄຂ່ທອດ ເປັນຕົ້ນ.

4. ເຄື່ອງດື່ມ
ໃນໄວເດັກ  ການທີ່ໄດ້ດື່ມນົມ, ນ້ຳສະອາດ ແລະ ນ້ຳໝາກໄມ້ ຈະເປັນປະໂຫຍດຕໍ່ຮ່າງກາຍຫຼາຍ, ເຄື່ອງດື່ມເຫຼົ່ານີ້ຄວນຈະໃຫ້ເດັກກິນຕອນກິນອາຫານອິ່ມແລ້ວ ຈະດີກວ່າໃຫ້ກິນກ່ອນກິນອາຫານ ເພາະຖ້າດື່ມນົມ, ນ້ຳຫຼື ນໍ້າໝາກໄມ້ ມາກ່ອນກິນອາຫານ ເດັກອາດຈະອິ່ມໄວເມື່ອກິນອາຫານ ເລີຍເຮັດໃຫ້ກິນອາຫານຫຼັກໄດ້ໜ້ອຍລົງ.

5. ຈຳນວນຜັກຕ່າງໆ
ເດັກຈຳນວນບໍ່ໜ້ອຍບໍ່ມັກກິນຜັກ ວິທີຝຶກໃຫ້ເດັກລື້ງເຄີຍກັບການກິນຜັກ, ທ່ານຄວນເລີ່ມຕັ້ງແຕ່ 6 ເດືອນທຳອິດ. ເຖິງຢ່າງນັ້ນກໍຕາມ, ກໍມັກພົບວ່າເມື່ອອາຍຸ 2 ປີຂຶ້ນໄປ ອາດຈະປະຕິເສດການກິນຜັກ. ພໍ່-ແມ່ ບໍ່ຄວນກັງວົນຫຼາຍ ຖ້າມີໝາກໄມ້ສົດທົນແທນເດັກກໍຈະໄດ້ຄຸນຄ່າຂອງສານອາຫານຈາກໝາກໄມ້ທົດແທນທີ່ຄວນໄດ້ຈາກຜັກ.